ຫວຽດນາມແລະຈີນແລກປ່ຽນບັນດາບັນຫາໃນທະເລຢ່າງກົງໄປກົງມາ

ຫວຽດນາມແລະຈີນແລກປ່ຽນບັນດາບັນຫາໃນທະເລຢ່າງກົງໄປກົງມາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ແລະ
 ທ່ານ​ກຳມະການລັດຖະບານຈີນ ຢາງ​ເຈ້ຍຊື້
(ພາບປະກອບ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ກຳມະການ ລັດຖະບານຈີນ ຢາງ​ເຈ້ຍຊື້, ​ໃນລະຫວ່າງ​ວັນ​ທີ 17 – 19/6/2015, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ຟ້າ​ມບິ່ງ​ມິ​ງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽກ​ນາມ ​ໄປ ປັກ​ກິ່ງ ປະ​ເທດ​ຈີນ, ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ຊີ້​ນຳ​ການຮ່ວມ​ມື 2 ຝ່າຍ​ຫວຽດນາມ - ຈີນ. ຕອນ​ບ່າຍ​ວັນ​ທີ (18/6), ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້ພົບປະ​​ເຈລະຈາ​ກັບ​ທ່ານ​ນາ​ຍົກ​ລັດຖະມົນຕີ ຫຼີ​ເຄີ​ຊຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢັ້ງຢືນ​ວ່າ: ຫວຽດນາມ ຍາມ​ໃດ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສະຖຽນ​ລະ​ພາບ​ການ​ພົວພັນ​ຄູ​ຮ່ວມ​ມື​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຈີນ, ​ແລະ ປາດ​ຖະໜາ​ວ່າ ທັງ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆລະຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍກັນ​ບົນ​ທະ​ເລ​​ເປັນ​ຢ່າງ​ດີ, ບໍ່​ໃຫ້​ສົ່ງຜົນ​ສະທ້ອນ​​ເຖິງ​ທ່າ​ອ່ຽງ​ພັດທະນາ​ຂອງ​ການ​ພົວພັນ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ ຢັ້ງຢືນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ຖື​ເປັນ​ສຳຄັນ ​ແລະ ຢືດໝັ້ນ​ທິດ​ນຳ​​​​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ; ປາດ​ຖະໜາ​ຢາກ​ຮັກສາ​ການ​ແລກປ່ຽນ, ພົບ​ປະ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ​ຫຼີ​ເຄີ​ຊຽນ.ໃຫ້​ຮູ້​ວ່າ: ຈີນຈະ​ພ້ອມກັບ​ຫວຽດນາມ ​ແກ້​ໄຂຄວາມບໍ່​ລົງ​ລອຍ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ​ລະ​ຫວ່າງ 2 ປະ​ເທດ.

           ກ່ອນໜ້ານັ້ນ, ໃນວາລະປະຊຸມຄັ້ງທີ 8 ຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານ ກຳມະການລັດຖະບານ ຢາງ​ເຈ້​ຍຊື້ ໄດ້ເຫັນດີຜັນຂະຫຍາຍແຜນການຮ່ວມມືລະຫວ່າງ 2 ພັກໄລຍະ 2016 – 2020 ຢ່າງມີປະສິດທິຜົນ. ແລກປ່ຽນບັນດາບັນຫາບົນທະເລຢ່າງກົງໄປກົງມາ, 2 ຝ່າຍເນັ້ນໜັກວ່າ: ຕ້ອງ​​ເຄົາລົບ​ ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ ​ເຊິ່ງບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ, ປະຕິບັດ​ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກ​ການພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ຫວຽດນາມ - ຈີນ” ຢ່າງ​ເຂັ້ມ​ງວດ; ນຳ​ໃຊ້​ກົນ​​ໄກ​ເຈລະຈາ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ຊາຍ​ແດນ​ ຫວຽດນາມ - ຈີນ ​ເປັນ​ຢ່າງ​ດີ, ຊອກ​ຫາມາດ​ຕະການແກ້​ໄຂ​ພື້ນຖານ ​ແລະ ຍາວ​ນານ ຊຶ່ງ 2 ຝ່າຍ​ອາດ​ສາມາດ​ເຫັນ​ດີ​ນຳ​ກັນ​​ໄດ້; ປະຕິບັດ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ​ມີ​ປະສິດທິ​ຜົນ ກໍ່​ຄືບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​(COC)ໂດຍ​ໄວ. ພ້ອມ​ທັງ, ບໍ່​ໃຫ້​ເກີດ​ການ​ກະທຳ​ສັບສົນ, ​ເປີດ​ກ້ວາງ​ການ​ແກ່ງ​ແຍ້​ງກັນ; ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ ​ແລະ ສົມ​ເຫດ​ສົມ​ຜົນ. ຮັກສາການ​ພົວພັນ​ຫວຽດນາມ - ຈີນ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ທະ​ເລ​ຕາ​ເວັນ​ອອກ. ສິ້ນ​ສຸດ​ການ​ປະ​ຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານກຳມະການ ລັດຖະບານ ຢາງ​ເຈ້ຍ​ຊື້ ​ໄດ້​ເປັນສັກຂີ​ພິຍາມ​ພິທີ​ລົງ​ນາມ​ບົດ​ບັນທຶກ​ວາລະ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຈີນ.

           ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕ້ອນຮັບ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ.

                                                      ຮ່າ​ທັ໋ງ, ​ເລ​ບາ​ວ - ນັກ​ຂ່າວ VOV ປະຈຳ​ຈີນ

ຂ່າວ/ບົດ​ອື່ນ