ຫວຽດນາມແລະຈີນແລກປ່ຽນສານອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ຫວຽດນາມແລະຈີນແລກປ່ຽນສານອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ - ảnh 1
(ສະ​ເຫຼີມ​ສະ​ຫຼອງ 66 ປີ​ແຫ່ງວັນ​ສ້າງ​ຕັ້ງ​
ການ​ພົວ​ພັນ​ທາງ​ການ​ທູ​ດລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ)

(vovworld) –​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 66 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູ​ດລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ (18/01/1950 – 18/01/2016), ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ້​ແລກ​ປ່ຽນ​ສານອວຍ​ພອນ​ກັບ​ທ່ານ​ເລ​​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສິ​ຈິ້ນ​ຜິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລິ​ເຄີ​ສຽງ, ທ່ານ​ກຳ​​ມ​ະການ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີ​ນ ຈາງ​ຕີ​ຈ​ຽງ.

      ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ປະ​ທານ​ຄະ​ນະ​ຊີ້ນ​ຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ - ຈີນ ກ​ໍ​ໄດ້​ແລກ​ປ່ຽນ​ສານ​ອວຍ​ພອນ​ກັບ​ທ່ານ​ກຳ​ມະ​ການ​ສະ​ພາ​ປະ​ຊາ​ຊົນ​ຈ​ີນ ຢາງ​ເຈຍ​ສື, ປະ​ທານຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຈ​ີນ - ຫວຽດ​ນາມ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງ​ອີ. ທ່​ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູ​ຫວຽດ​ນາມ ປະ​ຈຳ​ຈີນ ດັ້ງ​ມິງ​ຄອຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຫວຽດ​ນາມ ໂຄງ​ແຊ໋ວ​ຢຸງ ໄດ້​ຈັດ​ງານ​ລ​້ຽງ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ເຫດ​ການ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ