ຫວຽດນາມແລະຈີເລເພີ່ມທະວີການພົບປະແລກປ່ຽນປະຊາຊົນ

ຫວຽດນາມແລະຈີເລເພີ່ມທະວີການພົບປະແລກປ່ຽນປະຊາຊົນ - ảnh 1
(ພາບປະກອບ)

(vovworld) -  ​ ຫວຽດນາມ​ ແລະ​ ຈີ​ເລ​ ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ສະຖານທູດ ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ​ວັດທະນະທຳ ຈີ​ເລ - ຫວຽດນາມ ຫາ​ກໍ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນມິດຕະພາບ​ກັບ​ບັນດາ​ນັກ​ຂ່າວ ຈີ​ເລ ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ ຫວຽດນາມ (28/8/1945). ທີ່​ການ​ພົບ​ປະ, ທ່ານ​ນາງ Patricia Abarzua, ປະທານ​ສະ​ຖາ​ບັນ​ວັດທະນະທຳ ຈີ​ເລ - ຫວຽດນາມ,​ ສະໜອງຂ່າວ​ກ່ຽວ​ກັບ​ສະພາບການ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ການ​ພົວພັນ​ຂອງ​ບັນດາ​ປະ​ເທດ ສະມາຄົມ​ປະຊາ​ຊາດອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ກັບ ຈີ​ເລ. ທ່ານ​ນາງ Patricia Abarzua​ ​ເນັ້ນ​ໜັກ​ພິ​ເສດ​ວ່າ: ບັນດາ​ການ​ຂັດແຍ້​ງອະທິປະ​ໄຕ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ກໍຄື​ຜົນ​ສະທ້ອນ​ຕ່າງໆຂອງ​ບັນຫາ​ນີ້ ​ເຖິງ​ພາກ​ພື້ນ ອາ​ເມ​ລິ​ກາ​ລາ​ຕິນ ​ເວົ້າ​ລວມ ​ແລະ ຈີ​ເລ ​ເວົ້າ​ສະ​ເພາະ. ​ເມື່ອ​ຕອບ​ສຳພາດ​ຕໍ່​ບັນດາ​ນັກ​ຂ່າວ ຈີ​ເລ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີ​ເລ ​ໂງ​ດືກທັງ ຢືນຢັນ​ວ່າ: ຫຼັກ​ໝັ້ນຂອງ ຫວຽດນາມ ​ແມ່ນ​ແກ້​ໄຂ​ບັນຫາ​ບໍ່​ລົງ​ລອຍ​ກັນດ້ວຍ​​ສັນຕິວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ພ້ອມ​ທັງ​ຮັກສາ​ສະພາບ​ໄວ້​ຄື​ເກົ່າ ​ແລະ ບໍ່​ປະຕິບັດ​ບັນດາ​ການ​ກະທຳ​​ ຊຶ່ງເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​​ໃນພາກ​ພື້ນ​ເພີ່ມ​ຂຶ້ນ ​ແລະ ສ້າງ​ປະມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (COC) ໂດຍ​ໄວ. ບັນດາ​ນັກ​ຂ່າວ ຈີ​ເລ ​ໄດ້​ສະ​ແດງ​ຄວາມ​ສົມ​ໃຈ​ຕໍ່​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ, ພ້ອມ​ທັງ​​ວິຕົກ​ກັງວົນ​ຕໍ່ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈະ​ມີ​ຜົນ​ກະທົບຢ່າງ​ຫຍໍ້​ທໍ້​​ເຖິງການ​ພົວພັນ​ດ້ານການ​ຄ້າ​ຂອງ ຈີ​ເລ ທີ່​ມີ​ຕໍ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ທາງ​ຂົນ​ສົ່ງ​ສິນຄ້າ​ສາກົນ​ທີ່​ຜ່ານ​ເຂດ​ທະ​ເລ​ນີ້.

ຂ່າວ/ບົດ​ອື່ນ