ຫວຽດນາມແລະຍີ່ປຸ່ນບູລິມະສິດການຮ່ວມມື ໃນຂົງເຂດເຕັກໂນໂລຢີສູງ

ຫວຽດນາມແລະຍີ່ປຸ່ນບູລິມະສິດການຮ່ວມມື ໃນຂົງເຂດເຕັກໂນໂລຢີສູງ - ảnh 1
ທ່ານ ​ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ
ຫວຽດ​ນາມ ຕ້ອນ​ຮັບ ທ່ານ Tsutomu Tomioka
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 18/7, ທີ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຕ້ອນ​ຮັບ ທ່ານ Tsutomu Tomioka ສະມາຊິກສະພາຕ່ຳ, ຮອງຫົວໜ້າຫ້ອງວ່າການ​ສຳ​ນັກ​ງານລັດຖະບານ, ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶ​ກສາ, ວັດ​ທະ​ນະ​ທຳ, ກິ​ລາ ແລະ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຍີ່​ປຸ່ນ ທີ່ພວມຢ້ຽມ​ຢາມ ແລະ​ເຮັດ​ວຽກ​ ຢູ່​ຫວຽດ​ນາມ, ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ​ຊີ້ແຈ້ງວ່າ ​ຍີ​່ປຸ່ນແມ່ນ​ປະ​ເທດ​​ມີ​ລະ​ດັບວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໂລກ, ໃນ​ຂະ​ນະ​ທີ່​ຫວຽດ​ນາມ ແລະ ຍີ່​ປຸ່ນ​ໄດ້​ມີ​ຍຸດ​ທະ​ສາດ​ບູ​ລິ​ມະ​ສິດຮ່ວມ​ມື​ກ່ຽວ​ກັບເຕັກ​ໂນ​ໂລ​ຢີ. ດັ່ງ​ນັ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຄວນບູ​ລິ​ມະ​ສິດ​ຍູ້ແຮງການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ ເຊິ່ງ​ຍີ່​ປຸ່ນ​ມີທ່າໄດ້ປຽບ. ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ປາດ​ຖະ​ໜາວ່າ ຍີ່​ປຸ່ນ ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຈັກກະວານ, ພັດ​ທະ​ນາ​ຄອມ​ພິວ​ເຕີ​ທີ່​ທັນ​ສະ​ໄໝ, ປິ່ນ​ປົວ​ພະ​ຍາດ​ມະ​ເຮັງ. ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ກໍ່​ສະ​ເໜີ ຍີ່​ປຸ່ນເອົາໃຈ​ໃສ່, ຊ່ວຍ​ເຫຼືອ ດ່າ​ໜັງ​ໃນ​ການ​ພັດ​ທະ​ນາ​ເຂດເຕັກ​ໂນ​ໂລ​ຢີສູງ ຄື ຮູບແບບ​ໄດ້​ເຮັດ ທີ່ເຂດເຕັກ​ໂນ​ໂລ​ຢີສູງ ຮ່​ວາ​ລາກ ​ຢູ່​ຮ່າ​ໂນຍ.

 

ຂ່າວ/ບົດ​ອື່ນ