ຫວຽດນາມແລະຍີ່ປຸ່ນພ້ອມກັນເພື່ອສັນຕິພາບ,ຄວາມວັດທະນາຖາວອນຢູ່ອາຊີ

ຫວຽດນາມແລະຍີ່ປຸ່ນພ້ອມກັນເພື່ອສັນຕິພາບ,ຄວາມວັດທະນາຖາວອນຢູ່ອາຊີ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 17/9, ຢູ່​ນະຄອນຫຼວງ​ໂຕ​ກຽວ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ໂອ້​ລົມ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາຊົນຍີ່ປຸ່ນ ທຸກ​ຊັ້ນ​ວັນນະ. ດ້ວຍ​ຫົວ​ຂໍ້ “ວິ​ໄສ​ທັດ​ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ອາຊີ“ ​ໃນ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ຢືນຢັນ​ປະຫວັດ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ກໍ່​ຄື​ໄຈ້​ແຍກ​ກ່ຽວ​ກັບ​ການ​ຜັນ​ແປ​ຢູ່​ພາກ​ພື້ນ ​ແລະ ​ໂລກ​ໃນ​ປະຈຸ​ບັນ, ດ້ວຍ​ການ​ທ້າ​ທາຍ ​ແລະ ກາລະ​ໂອກາດ​ໃນ​ການ​ພັດທະນາ​ເສດຖະກິດ, ຄວາມ​ເຄັ່ງ​ຕຶງ​ຍ້ອນ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ, ທະ​ເລ​ເກາະ, ​ໃນ​ນັ້ນ​ມີ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຜ່ານ​ມາ.

ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ເພື່ອ​ໃຫ້​ອາຊີ ປາຊີ​ຟິກມີ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ວັດ​ທະນາ​ຖາວອນ, ຮຽກຮ້ອງ​ໃຫ້​ທຸກ​ປະ​ເທດ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່, ຕ້ອງ​ມີ​ການ​ກະທຳ​ຢ່າງ​ໂປ່​ງ​ໃສ, ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ພົວພັນ​ນຳ​ກັນ ກໍ່​ຄື​ຜົນ​ປະ​ໂຫຍ​ດລວມຂອງ​ທັງ​ພາກ​ພື້ນ ​ແລະ ​ໂລກ. ພ້ອມ​ກັນ​ນັ້ນ​ຕ້ອງ​ມານະ​ພະຍາຍາມ ​ເພື່ອ​ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ ​ແລະ ກົນ​ໄກ​ທີ່​ມີ​ປະ​ໂຫຍ​ດ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມສະຫງົບ​ປອດ​ໄພ​ລວມ, ສະກັດ​ກັ້ນ​ການ​ປະ​ທະ​ກັນ ​ແລະ ສົງຄາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ດ້ານ​ຄວາມ​ສະ​ຫງົບປອດ​ໄພຢ່າງ​ມີ​ປະສິດທິ​ຜົນ"

ທ່າ​ນ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​​​ໄດ້ເນັ້ນ​ໜັກ​​ເຖິງບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ກ່ຽວ​ກັບ​ວິ​ໄສ​ທັດ​​ໃຫ້​ແກ່​ການພັດທະນາລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

        “​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຍ່ີ່ປຸ່ນ ​ແມ່ນ​​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ຂອງ​ພາກ​ພື້ນ ​ແລະ ​ໂລກ. ສະ​ນັ້ນ, ຫວຽດນາມ ​ໄດ້ກຳນົດ​ ຍີ່ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ ​ແລະ ຍາວ​ນານ​ຂອງ​ຫວຽດນາມ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ປະ​ເທດຕ້ອງ​ມານະ​ພະຍາຍາມສືບ​ຕໍ່​ຊຸກຍູ້​ຮອບດ້ານ​​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຄູ່​ຮ່ວມມື​ຍຸ​​ດທະ​ສາດ​ເລິກ​ເຊິ່ງ, ກວ້າງ​​ຂວາງລະຫວ່າງ 2 ປະ​ເທດ​​ເລິກ​ເຊິ່ງກວ່າ​ອີກ, ຕາມ​ທິດ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຊື່ອມ​ຕໍ​່ດ້ານ​ເສດຖະກິດ, ​ເປີດ​ກ້ວາງ​ການ​ຮ່ວມ​ມື, ພັດທະ​ນາ​​ແບບ​ຍືນ​ຍົງ ​ແລະ ມຸ່ງ​ໄປ​ສູ່​ອະນາຄົດ”.

ຂ່າວ/ບົດ​ອື່ນ