ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານການສຶກສາບຳລຸງສ້າງ

ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານການສຶກສາບຳລຸງສ້າງ - ảnh 1
ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ
​ແລະ ບຳລຸງ​ສ້າງ​ຫວຽດນາມ ບຸ​ຍວັນ​ກາ
(ພາບ: dantri)


(vovworld) – ຕອນ​ເຊົ້າ​ວັນ​ທີ 28/09, ຢູ່​ດ່າ​ນັ້ງ, ກະຊວງ​ສຶກສາ ​ແລະ ບຳລຸງສ້າງຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍີ່​ປູ່​ນ ຈັດ​ຕັ້ງ​ກອງ​ປະຊຸມ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ 3. ​ເຂົ້າ​ຮ່ວມ​ກອງ​ປ​ະຊຸມມີ​ຜູ້​ແທນ​ກວ່າ 200 ຄົນທີ່​ຕາງໜ້າ​ໃຫ້​ມະຫາວິທະຍາ​ໄລຂອງ​ຫວຽດນາມ ​ແລະ ຍີ່ປຸ່ນ 70 ​ແຫ່ງ. ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​​ໂອກາດທີ່​ດີ ​ເພື່ອ​ໃຫ້​ອະທິການ​ບໍດີ ​ແລະ ພະນັກງານ​ຄຸ້ມ​ຄອງ​ບັນດາ​ມະຫາ​ວິທະຍາ​ໄລ ​ແລະ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຂອງ 2 ປະ​ເທດ​ແບ່ງປັນ​ຂໍ້​ມູນຂ່າວ, ບົດ​ຮຽນ ກ່ຽວ​ກັບ​ການ​ສຶກ​ສາ​ຂັ້ນ​ມະຫາວິທະຍາ​ໄລ, ຄຸ້ມ​ຄອງ​ມະຫາວິທະຍາ​ໄລ. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ບຸ​ຍວັນ​ກາ, ​ໃຫ້​ຮູ້​ວ່າ.

        “ພ້ອມ​ກັບ​ການ​ຮ່ວມ​ມື​ຂັ້ນ​ລັດຖະບານ, ມີ​ມະຫາວິທະ​ໄລ​ຫຼາຍ​ແຫ່ງ​ຂອງ​ຍີ່ປຸ່ນ ​ແລະ ຫວຽດນາມ ພວມ​ມານະ​ພະຍາຍາມ​ຊຸກຍູ​​້ການແລກປ່ຽນ​, ​ຮ່ວມ​ມືນຳ​ກັນ. ຂ້າພະ​ເຈົ້າ​ໄດ້​ຕີ​ລາຄາ​ສູງໝາກຜົນ​ການ​ຮ່ວມ​ມື​ລວ​ມກ່ຽວ​ກັບ​ວຽກ​ງານ​ບຳລຸງ​ສ້າງ ​ແລະ ຄົ້ນຄວ້າ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຍ່ີ​ປຸ່ນ ​ແລະ ຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອໝັ້ນ​ວ່າ, ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້ ​ມີ​ຫຼາຍ​ໂຄງການ​ຮ່ວມ​ມື​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ.”

ຂ່າວ/ບົດ​ອື່ນ