ຫວຽດນາມແລະຍີ່ປຸ່ນໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

ຫວຽດນາມແລະຍີ່ປຸ່ນໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ພົບ​ປະ​ເຈລະຈາ
​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸນ Shinzo Abe


(vovworld) -  ​ໃມລະຫວ່າງ​ວັນ​ທີ 29 – 30/07, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢ້ຽມຢາມ ຍີ່​ປຸນ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຍີ່​ປຸນ Fumio Kishida ​ແລະ ​ເປັນ​ປະທານ​ຮ່ວມ​ວາລະ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື ຫວຽດນາມ - ຍີ່​ປຸນ ຄັ້ງ​ທີ 7. ທີ່​ວາລະ​ປະຊຸມ​ນີ້, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ດ້ານ​ການ​ເມືອງ ​ຜ່ານ​ການ​ຮັກສາ​ການ​ຢ້ຽມຢາມເປັນ​ປະຈຳ, ການພົບ​ປະ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ຍູ້​ແຮງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ທຸກ​ຂົງ​ເຂດ, ຊຸກຍູ້​ບັນດາ​ກົນ​ໄກ​ຄູ່​ເຈລະຈາ...​ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຍີ່​ປຸນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະຊຸກຍູ້​ລະບຽບ​ການຕ່າງໆ ​ເພື່ອລົງ​ນາມ​​ໃນບັນດາ​ໂຄງການ ODA  ທຶນ​ກູ້​ຢືມ​ໃຫ້ ຫວຽດນາມ​ ໃນ​ປີການ​ເງິນ 2015 ໂດຍ​ໄວ, ​ໃນ​ນັ້ນ​ມີ 6 ໂຄງການ​ເພີ່ມ​ເຕີມ​, ມີມູນ​ຄ່າ 2.25 ຕື້ USD. 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການຮ່ວມ​ສຳພັນ​ເສດຖະກິດ​ສາກົນ ​ແລະ ຊຸກ​ຍູ້​ເພື​່ອສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ (TPP) ​ເປັນ​ທາງ​ການ​ໂດຍ​ໄວ. ກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ, 2 ຝ່າ​ຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ຄວາມສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາງ​ການບິນ, ສະ​ເໜີ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ​ເຄົາລົບ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ ປີ 1982 ກໍ​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຊຸກ​ຍູ້​​ເລື່ອງສ້າງ​ປະມວນຂໍ້ກຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

      ​ໃນ​ໄລຍະ​ຢູ່ຢ້ຽມຢາມ ຍີ່​ປຸນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸນ Shinzo Abe, ປະທານ​ສະພາ​ຕຳ່ ຍີ່​ປຸນ, ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ, ທີ່​ດິນ ​ແລະ ການທ່ອງທ່ຽວ, ຕ້ອນຮັບ​ການ​ນຳ​ສະຫະພັນ​ເສດຖະກິດ ຍີ່​ປຸນ (KEIDANREN) ​ແລະ ອົງການ​ຮ່ວມ​ມື​ສາກົນ ຍີ່​ປຸນ (JICA). ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ພັກ ​ແລະ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ຖື ຍີ່​ປຸນ ​​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ດັບ​ໜຶ່ງ​. ​ພິ​ເສດ​​ແມ່ນ​ການ​ຮ່ວມ​ມື​ດ້ານເສດຖະກິດ ​ແລະ ພ້ອມ​ແລ້ວທີ່​ຈະ​ພ້ອມ​ກັບ​ຝ່າຍ ຍີ່​ປຸນ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ​ລະຫວ່າງ 2 ປະ​ເທດ​ໃຫ້ພັດທະນາຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ແທດ​ຈິງ ​ແລະ ຮອບດ້ານ​ ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາ​ມສະຫງົບ, ກະສິກຳ.

 

ຂ່າວ/ບົດ​ອື່ນ