ຫວຽດນາມ​ແລະ​ນິວຊີ​ແລນ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ

ຫວຽດນາມ​ແລະ​ນິວຊີ​ແລນ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ​ ຫງວຽນ​ຊວນ​ຟຸກ
ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key

(vovworld) – ​ ​ ​ຢູ່ນອກ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ. ຕອນ​ບ່າຍ​ວັນ​ທີ 07/09 ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ​ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ຝ່າຍ​ຄວນ​ເສີມ​ຂະ​ຫຍາ​ຍບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ​ຢ່າງ​ມີ​ປະສິ​ດທິຜົນ, ສ້າງ​ແຜນການ​ລະ​ອຽດ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ 3 – 5 ປີ​ຈະ​ມາ​ເຖິງ, ​ໃນ​ນັ້ນ ​ໃຫ້ບຸລິມະສິດ​ຍູ້​ແຮງ​ການ​ຮ່ວມ​ມືດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ນິວຊີ​ແລນ ລົງທຶນ​ເຂົ້າ ຫວຽດນາມ; ສະ​ເໜີ​ຝ່າຍ ນິວຊີ​ແລນ ສືບ​ຕໍ່​ສ້າງ​ຄວາມ​ສະດວກ​ໃຫ້​ສິນຄ້າຜະລິດ​ຕະພັນ​ກະ​ເສດ ຫວຽດນາມ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາ​ດຖະໜາ​ວ່າ: ນິວຊີ​ແລນ ຈະ​ແບ່ງປັນ​ບົດຮຽນ​ໃນ​ການ​ພັດທະນາ​ກະສິກ​ຳ​ແບບ​ຍືນຍົງ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາ​ກາດ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ John Key ຢືນຢັນ​ວ່າ: ຝ່າຍ ນິວຊີ​ແລນ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ພິ​ເສດ​ແມ່ນ​ດ້ານ​​ເສດຖະກິດ - ການ​ຄ້າ - ການ​ລົງທຶນ ​ໃນ​ສະພາວະທີ່ 2 ປະ​ເທດ ລ້ວນ​ແຕ່​ເປັນ​ສະມາຊິກ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP). ຫວຽດນາມ ມີ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ເໝາະ​ສົມ ​ເພື່ອ​ພັດທະນາ​ກະສິກຳ​ໃຫ້​ຢ່າງ​ແຮງ ​ແລະ ນິວຊີ​ແລນ ກໍ່​ກຽມພ້ອມ​ໝູນ​ຊ່ວຍ ຫວຽດນາມ ທັງ​ດ້ານບົດຮຽນ ​ແລະ ເຕັກ​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກ​ຳສະບຽງອາຫານ, ກະສິກຳ​​ປຸງ​ແຕ່ງ, ນ້ຳນົມ.

ຂ່າວ/ບົດ​ອື່ນ