ຫວຽດນາມແລະປາຣາກວາຍສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນທາງການທູດ

ຫວຽດນາມແລະປາຣາກວາຍສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນທາງການທູດ - ảnh 1

ທ່ານ​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Eladio Loizaga
ຕ້ອນຮັບ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນດິ່ງ​ທາວ
(ພາບ: DieuHuong/vietnam+)

(vovworld) -  ວັນ​ທີ 3/8, ຢູ່​ນະຄອນຫລວງ Asuncion ປະ​ເທດ ປ​າຣາກວາ​ຍ ດຳ​ເນີນ​ພິທີ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ປາຣາກວາ​ຍ. ກ່າວ​ຄຳ​​ເຫັນ​ທີ່​ພິທີ, ທ່ານ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ປະ​ເທດ ອາກຊັງ​ຕີນ ທັງ​ປະຈຳ ປາຣາກວາ​ຍ ຫງວຽນ​ດິ່ງ​ທາວ ​ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ເສດ​ຖະກິດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​​ສືບ​ຕໍ່​ພັດທະນາ. ປີ 2014, ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ບັນລຸ​ເກືອບ 100 ລ້ານ USD, ​ເພີ່ມ​ຂຶ້ນ​ທົບ 6 ​ເທົ່າ​​ເມື່ອ​ທຽບ​ໃສ່​ປີ 2010 ​ແລະ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ສ່ວນ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ປາຣາກວາ​ຍ Oscar Cabello Sarullo ​ເນັ້ນ​ໜັກ​ວ່າ: ບັນດາຈຸດ​ທີ່ຄ້າຍຄື​ກັນ​ໃນ​ປະຫວັດ​ສາດ​ລະຫວ່າງ 2 ຊາດ, ​ ພ້ອມ​ທັງ​ສະ​ແດງຄວາມ​ນັບຖື​ຕໍ່​ລັດທິ​ວິ​ຊະ​ຊົນ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ ອາ​ເມ​ລິ​ກາ ກູ້​ຊາດ. ທ່ານ​ກໍ​ຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ​ ໃນການ​ພັດທະນາ​ຂອງ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

           ​ແລະ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Eladio Loizaga, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນດິ່ງ​ທາວ ຢືນຢັນ​ວ່າ: ຫວຽດນາມ ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ດ້ານ​ກັບ ປາຣາກວາ​ຍ, ພິ​ເສດ​ແມ່ນ​ການແລກປ່ຽນ​ການ​ຄ້າ ​ແລະ ວັດທະນະທຳ, ບົນ​ພື້ນຖານ​ການ​ພົວພັນດ້ານ​ການ​ເມືອງ​ອັນ​ດີງາມລະຫວ່າງ 2 ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ​ເຄື່ອງ​ຫັດ​ຖະ​ກຳສິລະ​ປະຂອງ ຫວຽ​ດນາມ ​ໄດ້​ເປີດ​ສະຫຼອງ​ຢູ່​ສູນວັດທະນະທຳ​ແຫ່ງ​ຊາດ Cabido ຂອງ ປາຣາກວາ​ຍ.

 

ຂ່າວ/ບົດ​ອື່ນ