ຫວຽດນາມແລະຝຣັ່ງປັບປຸງການພົວພັນທີ່ເປັນມູນເຊື້ອອັນດີງາມ

ຫວຽດນາມແລະຝຣັ່ງປັບປຸງການພົວພັນທີ່ເປັນມູນເຊື້ອອັນດີງາມ - ảnh 1
ທ່ານ Jean Noel Poirier ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ປະ​ຈຳ ຫວຽດ​ນາມ ແລະ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ
(ພາບ: VGP/Quang Hiếu)

(vovworld)- ​ຕອນ​ບ່າຍ ​ວັນ​ທີ 25/8, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Jean Noel Poirier ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ປະ​ຈຳ ຫວຽດ​ນາມ. ທີ່​ການ​ຕ້ອ​ນ​ຮັບ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​​ຕ້ອນ​ຮັບ ທ່ານ Jean Noel Poirier ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ປະ​ຈຳ ຫວຽດ​ນາມ, ພ້ອມ​ທັງ​ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ຝ​ຣັ່ງ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ທີ່​​ເປັນ​ມູນ​ເຊື້ອ​​ອັນດີ​ງາມ, ໄດ້​ມີ​ບັນ​ດາ​ລາຍ​ການ, ໂຄງ​ການ​ຮ່ວມ​ມື​ແທດ​ຈິງ ແລະ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ ໃນຫຼາຍ​ຂົງ​ເຂດ ​ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ. ທ່ານ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ຖື​ວ່າ: ການ​ຢ້ຽມ​ຢາມ​ຫວຽດ​ນາມ ​ຂອງ​ ທ່ານ Francois Hollande ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທີ່​ຈະ​ມາ​ເຖິງ ຈະ​ປະ​ກອບ​ສ່ວນ​ປັບ​ປຸງການ​ພົວ​ພັນ​ສອງ​ຝ່າຍກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ໃນ​ສະ​ພາບ​ການ​ສອງ​ປະ​ເທດ ​ພວມ​ສູ້​ຊົນ​ສ້າງ​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ໃຫ້ເລິກເຊິ່ງ ແລະ ຮອບ​ດ້ານ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ ​ຕໍ່ບັນ​​ດາ​ການ​ຕີ​ລາ​ຄາ ຂອງ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ, ນັ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ເປັນ​ເສົ້າ​ຄ້ຳ​ບຸ​ລິ​ມະ​ສິດ​ ຂອງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ຝຣັ່ງ. ໃນ​ນັ້ນ, ກອງ​ປະ​ຊຸມ​ເຈ​ລະ​ຈາ ຄັ້ງ​ທີ 4 ໃນ​ເດືອນ 7 ຜ່າ​ນ​ມາ ຢູ່ Paris ສະ​ແດງ​ໃຫ້​ເຫັນ​ວ່າ: ​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ສ້າງ​ບັນ​ດາ​ທິດ​ທາງ​​ການຮ່ວມ​ມື​​ເປັນຈຸດ​ສຸມ, ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ ຂອງ​ສອງ​ປະ​ເທດ. ບົນ​ຈິດ​ໃຈ​ນັ້ນ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໜັບ​ສະ​ໜູນ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື ເຊິ່ງທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຍົກ​ອອກ​ມາ, ໃນ​ນັ້ນ​ມີ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ດາວ​ທຽມ, ການ​ເດີນ​ອາ​ກາດ, ໂຄງ​ການ​ທາ​ງ​ລົດ​ໄຟ ຢູ່ຮ່າ​ໂນ້ຍ ກໍ່​ຄື​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ.

        ສ່ວນ ທ່ານ Jean Noel Poirier ​ເອກ​ອັກ​ຄະ​ລັດ​ຖະ​ທູດຝ​ຣັ່ງ ປະ​ຈຳ ຫວຽດ​ນາມ ຖື​ວ່າ​ການ​ຢ້ຽມ​ຢາມ​ ​ຂອງ ທ່ານ Francois Hollande ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທີ່​ຈະ​ມາ​ເຖິງ ເປັນ​ການຢືນ​ຢັນ​ວ່າ ຝ​ຣັ່ງສືບ​ຕໍ່​ປາດ​ຖະ​ໜາຢາກ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຫວຽດ​ນາມ ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ, ຄືດັ່ງ​ຝ​ຣັ່ງ​ໄດ້​ເດີນ​ທາງ​ພ້ອມກັບ​ການ​ພັດ​ທະ​ນາ​ ຂອງ​ຫວຽດ​ນາມ ໃນ 20 ປີ​ທີ່ຜ່ານ​ມາ.

 

 


ຂ່າວ/ບົດ​ອື່ນ