ຫວຽດນາມແລະຟິລິບປິນຮຽກຮ້ອງອາຊຽນເປັນເອກະພາບຕໍ່ບັນຫາທະເລຕາເວັນອອກ

ຫວຽດນາມແລະຟິລິບປິນຮຽກຮ້ອງອາຊຽນເປັນເອກະພາບຕໍ່ບັນຫາທະເລຕາເວັນອອກ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ຟິລິບ​ປິນ ທ່ານ Albert F. del Rosario ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ
(ພາບ: ອີນເຕີເນັດ)

(vovworld) – ທີ່​ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟິລິບ​ປິນ ທ່ານ Albert F. del Rosario ​ໃນ​ຕອນ​ບ່າຍ​ວັນ​ທີ 2/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: ​ດ້ວຍ​ບັນ​ດາ​ໝາກຜົນ​ໃນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, 2 ຝ່າຍ​ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອ​ນຳ​ການ​ພົວພັນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ.

    ​ໂດຍ​​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຂໍ້​ສັງ​ເກດ​ຂອງ​ທ່ານ​ລັດຖະມົນຕີ Albert F. del Rosario ກ່ຽວ​ກັບ​ສະພາບ​ທະ​​ເລ​ຕາ​ເວັນ​ອອກ ທີ່ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ ຍ້ອນ​ເລື່ອງ ຈີນ ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: ບັນດາ​ປະ​ເທດ​ມີ​ອະທິປະ​ໄຕ​​ໃນ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ ອາ​ຊຽນ ຕ້ອງ​ຕໍ່ສູ້, ສະກັດ​ກັ້ນ​ການ​ກະທຳ​ຂອງ ຈີນ, ນັບ​ທັງ​ເລື່ອງ​ນຳ​​​ເອົາເຫດການ​ດັ່ງກ່າວ​ຂຶ້ນ​ບັນດາ​ອົງການ​ອຳນາດ​ສານ​ສາກົນ, ຮຽກຮ້ອງ​ປະຊາ​ຄົມ​ສາກົນ​ຕຳ​ນິຕິ​ຕຽນ ​ແລະ ຄັດຄ້ານ​ ຈີນ, ຮຽກ​ຮ້ອງ​ໃຫ້ ຈີນ ຢຸດຕິ​ບັນດາ​ການ​ກະທຳ​​ເກາະ​ພິດ, ລະ​ເມີດກົດໝາຍ​ສາກົນ, ລະ​ເມີດ​ຖະ​ແຫຼ​ງກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຮຽກ​ຮ້ອງ​ ຈີນ ປະຕິບັດ DOC ຢ່ງ​ເຂັ້ມ​ງວດ ມຸ່ງ​ໄປ​ເຖິງ​ການ​ເຊັນ​ປະມວນ​ຂໍ້ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລຕາ​ເວັນ​ອອກ (COC).



ຂ່າວ/ບົດ​ອື່ນ