ຫວຽດນາມແລະມາເລເຊຍສູ້ຊົນນຳວົງເງິນການຄ້າບັນລຸ 15 ຕື້ USD ໃນປີ 2020

ຫວຽດນາມແລະມາເລເຊຍສູ້ຊົນນຳວົງເງິນການຄ້າບັນລຸ 15 ຕື້ USD ໃນປີ 2020 - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ
(ພາບ: moit.gov.vn)

(vovworld) –  ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Datuk Seri Mustapa Mohamed, ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສາ​ກົນ ມາ​ເລ​ເຊຍ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 9/12 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ມາ​ເລ​ເຊຍ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ຮັບ​ຮອງ​ເອົາ ແລະ ປະ​ຕິ​ບັດ​ລາຍ​ການ​ເຄື່ອນ​ໄຫວ​ ຫວຽດ​ນາມ ມາ​ເລ​ເຊຍ ໄລ​ຍະ 2017 – 2019 ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ລະ​ອຽດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ຫວັງ​ວ່າ 2 ປະ​ເທດ​ຕັ້ງ​ໜ້າ​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍູ້​ແຮງວົງ​ເງິນ​ການ​ຄ້າ.

        ກ່ອນ​ໜ້ານັ້ນ, ທີ່​ການ​ເຮັດ​ວຽກ​ລະ​ຫວ່າງ​ທ່ານ ເຈີ່ນ​ຕ໋ວນແອງ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ ແລະ ທ່ານ Datuk Seri Mustapa Mohamed, ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສາ​ກົນ ມາ​ເລ​ເຊຍ, 2 ຝ່າຍ​ຢັ້ງ​ຢືນ​ຕັດ​ສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ 15 ຕື້ USD ໃນ​ປີ 2020. ທ່າ​ນ​ລັດ​ຖະ​ມົນ​ຕີ ເຈີ່ນ​ຕ໋ວນແອງ ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ ມາ​ເລ​ເຊຍ ສືບ​ຕໍ່​ໜູນ​ຊ່ວຍ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນູດ​ໃຫ້​ແກ່ ຫວຽດ​ນາມ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ເລີ່ມ​ດຳ​ເນີນ​ອາ​ຊີບ, ພິ​ເສດ​ແມ່​ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ຍູ້​ແຮງ​ການ​ຮ່ວມ​ມື, ແບ່ງ​ປັນ​ຂໍ້​ລິ​ເລີ່ມ​ສົມ​ທົບ​ຮ່ວ​ມ​ໃນ​ຂອ​ບ​ເຂດ​ການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ ແລະ ສ​າ​ກົນ.

                                                                    


ຂ່າວ/ບົດ​ອື່ນ