ຫວຽດນາມແລະລັດເຊຍເພີ່ມທະວີການຮ່ວມມືກ່ຽວກັບນ້ຳມັນອາຍແກສ

ຫວຽດນາມແລະລັດເຊຍເພີ່ມທະວີການຮ່ວມມືກ່ຽວກັບນ້ຳມັນອາຍແກສ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ເຕີນ​ຢູງ
ແລະ ທ່ານ A.Dyukov

(vovworld)-​ ​ຕອນ​ບ່າຍ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ A.Dyukov, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Gazprom Neft ສະ​ຫະ​ພັນ​ລັດ​ເຊຍ ພວມ​ມີ​ການເຮັດ​ວຽກ​ຢູ່​ຫວຽດ​ນາມ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ລັດ​ຖະ​ບານ​ຫວຽດ​ນາມ ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ຫວຽດ​ນາມ(PVN) ແລະ Gazprom Neft ບົນ​ຈິດ​ໃຈ​ຍຸດ​ທະ​ສາດ, ຍາວ​ນານ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ໄດ້​ມີ​ການ​ແລກ​ປ່ຽນ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dimitri Medvedev ທີ່​ການ​ພົບ​ປະ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ Dimitri Medvedev ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຢູ່ ມຽນ​ມາ ຫວ່າງ​ແລ້ວນີ້ ກ່ຽວ​ກັບ​ເນື້ອ​ໃນ​ຮ່ວມ​ມື​ດ້ານ​ນ້ຳ​ມັນ​ອາຍ​ແກ​ສ ແລະ ສອງ​ຝ່າຍ​ລ້ວນ​ແຕ່​ສະ​ຫນັບ​ສະ​ຫນູນ​ບັນ​ດາ​ໂຄງ​ການ ຊື່ງ Gazprom Neft ແລະ PVN ພວມ ແລະ ຈະ​ຮ່ວມ​ມື. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ສອງ​ຝ່າຍ ສຳ​ເລັດ​ບັນ​ດາ​ເອ​ກະ​ສານ​,ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ນ້ຳ​ມັນ​ອາຍ​ແກ​ສໂດຍ​ໄວ ເພື່ອ​ສາ​ມາດ​ລົງ​ນາ​ມ​ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເຖິງ​ສະ​ຫະ​ພັນ​ລັດ​ເຊຍ ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ