ຫວຽດນາມແລະລາຊະອານາຈັກອັງກິດ ລົງນາມໃນສັນຍາການຄ້າເສລີຢ່າງເປັນທາງການ

(VOVWORLD) -ເລື່ອງລົງນາມໃນສັນຍາ UKVFTA ໄດ້ສ້າງຄວາມສະໜິດຕິດພັນ ແລະ ສະຫຼັບກັນທາງດ້ານເສດຖະກິດລະຫວ່າງ 2 ປະເທດ.

ຫວຽດນາມແລະລາຊະອານາຈັກອັງກິດ ລົງນາມໃນສັນຍາການຄ້າເສລີຢ່າງເປັນທາງການ - ảnh 1ພິທີລົງນາມໃນສັນຍາ UKVFTA

(ພາບ: kinhtedothi.vn)

ຕອນຄ່ຳວັນທີ 29 ທັນວາ (ຕາມເວລາຫວຽດນາມ), ທີ່ກະຊວງການຕ່າງປະເທດ ແລະ ພັດທະນາແຫ່ງລາຊະອານາຈັກອັງກິດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອັງກິດ ເຈິ່ນງອັກອານ ແລະ ທ່ານເອກອັກຄະລັດຖະທູດອັງກິດ ປະຈຳຫວຽດນາມ Gareth Ward ໄດ້ຕາງໜ້າໃຫ້ລັດຖະບານຂອງ 2 ປະເທດລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ (UKVFTA). ກ່າວຄຳເຫັນພາຍຫຼັງພິທີລົງນາມ, ທ່ານເອກອັກຄະລັດຖະທູດ ເຈິ່ນງອັກອານ ໃຫ້ຮູ້ວ່າ, ນີ້ແມ່ນເຫດການປະຫວັດສາດ, ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ໃນລະດັບຍຸດທະສາດ, ເລື່ອງລົງນາມໃນສັນຍາ UKVFTA ໄດ້ສ້າງຄວາມສະໜິດຕິດພັນ ແລະ ສະຫຼັບກັນທາງດ້ານເສດຖະກິດລະຫວ່າງ 2 ປະເທດ. ພ້ອມກັບການເພີ່ມທະວີດ້ານສິນຄ້າ, ການບໍລິການຈາກອັງກິດ ຄາດວ່າຈະມີກະແສລົງທຶນໂດຍທາງກົງ ແລະ ທາງອ້ອມໃໝ່ຈາກອັງກິດເຂົ້າຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດອັງກິດ Gareth Ward ຢືນຢັນວ່າ: ສັນຍາການຄ້າດັ່ງກ່າວຈະຮັບປະກັນການຄ້າ 2 ຝ່າຍສືບຕໍ່ເລັ່ງຄວາມໄວ ແລະ ແມ່ນຂ່າວດີໃຫ້ແກ່ວິສາຫະກິດຂອງອັງກິດ 3.000 ແຫ່ງ ສືບຕໍ່ສົ່ງອອກໄປຍັງຫວຽດນາມ. ພ້ອມທັງເປັນຂ່າວດີໃຫ້ຜູ້ອຸປະໂພກບໍລິໂພກອັງກິດ ສຳລັບຜູ້ທີ່ຢາກຊົມໃຊ້ຜະລິດຕະພັນທີ່ໄດ້ຜະລິດຢູ່ຫວຽດນາມ. ລາຊະອານາຈັກ ອັງກິດ ມີບາງຂະແໜງ, ຂົງເຂດທີ່ມີທ່າແຮງຄື: ສຸຂາພິບານ, ການຢາ… ແລະ ພວກຂ້າພະເຈົ້າຈະພັດທະນາຂະແໜງເຫຼົ່ານັ້ນເພື່ອຟື້ນຟູປະເທດຊາດພາຍຫຼັງໂລກລະບາດ.

        ເມື່ອສັນຍາສະບັບນີ້ໄດ້ຮັບການຜັນຂະຫຍາຍໃນຕົ້ນປີ 2021 ຈະຫຼຸດອັດຕາພາສີລົງກວ່າ 70% ໃຫ້ແກ່ສິນຄ້າທີ່ສົ່ງອອກຈາກຫວຽດນາມ ໄປອັງກິດ ແລະ ກົງກັນຂ້າມແມ່ນ 65%, ໃນນັ້ນມີສິນຄ້າຫຼາຍປະເພດຈະຫຼຸດອັດຕາພາສີລົງຮອດ 0%. ຄາດວ່າ, ພາຍຫຼັງ 6 ເດືອນ, ສິນຄ້າ 99% ລະຫວ່າງ 2 ປະເທດຈະບໍ່ເສຍພາສີ.

ຕອບກັບ

ຂ່າວ/ບົດ​ອື່ນ