ຫວຽດນາມແລະລາວ ເພີ່ມທະວີການຮ່ວມມື ໃນຂົງເຂດຖະແຫຼງຂ່າວ, ວັດທະນະທຳ, ການທ່ອງທ່ຽວ


ຫວຽດນາມແລະລາວ ເພີ່ມທະວີການຮ່ວມມື ໃນຂົງເຂດຖະແຫຼງຂ່າວ, ວັດທະນະທຳ, ການທ່ອງທ່ຽວ - ảnh 1

ທ່ານຮອງນາຍົກລັດຖະມົນຕີຫວູ້ດຶກດາມ ໄດ້ໃຫ້ການຕ້ອນຮັບ

ທ່ານລັດຖະມົນຕີ​ ບໍ່​ແສງ​ຄຳ​ ວົງ​ດາລາ

(ພາບ: VGP/Minh Khôi)

 (vovworld)- ​ ຕອນ​ບ່າຍວັນທີ 28/1, ຢູ່ສຳນັກງານລັດຖະບານ, ທ່ານຮອງນາ ຍົກລັດຖະມົນຕີຫວູ້ດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ການທ່ອງທ່ຽວ​ລາວ ບໍ່​ແສງ​ຄຳ​ວົງ​ດາລາ ​ແລະ ຄະນະຜູ້ແທນພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນະທີ່ນີ້, ທ່ານຮອງນາ ຍົກລັດຖະມົນຕີຫວູ້ດຶກດາມ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດ ເພີ່ມທະວີການຮ່ວມມືໃນຂົງເຂດຖະແຫຼງຂ່າວ,​ ວັດທະນະທຳ, ການທ່ອງທ່ຽວ ລະຫວ່າງ​ຫວຽດນາມ-​ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນໜັກ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ກັບ​ລາວ ​ໃນ​ຂົງ​ເຂດ ຖະແຫຼງຂ່າວ,​ ວັດທະນະທຳ, ການທ່ອງທ່ຽວ.

  ກ່ອນ​ໜ້ານັ້ນ, ​ໃນ​ວັນ​ດຽວ​ກັນ, ທ່ານ​ຫງວຽນ​ດັງ​ຕຽນ, ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ທ່ານ​ລັດຖະມົນຕີ​ບໍ່​ແສງ​ຄຳ ວົງ​ດາຣາ ​ໄດ້​ມີ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ ​ແລ​ະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ​ລະຫວ່າງ​ສອງ​ປະ​ເທດ. ທ່ານຜູ້ອຳນວຍການ​ໃຫ່ຍ ​ ງວຽນ​ດັງ​ຕຽນ ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຝ່າຍ​ຄວນ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ກະຈາຍສຽງ ຕາມ​ເນື້ອ​​ໃນ​ຈິດ​​ໃນສັນຍາ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ-​ລາວ ທີ່​ໄດ້​ລົງ​ນາມ​ແລ້ວ.

 

ຂ່າວ/ບົດ​ອື່ນ