ຫວຽດນາມແລະລາວສືບຕໍ່ເພີ່ມພູນຄູນໃຫ້ການພົວພັນສາມັກຄີແບບພິເສດລະຫວ່າງ2ປະເທດ

ຫວຽດນາມແລະລາວສືບຕໍ່ເພີ່ມພູນຄູນໃຫ້ການພົວພັນສາມັກຄີແບບພິເສດລະຫວ່າງ2ປະເທດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ຕ້ອນຮັບ​ທ່ານ​ຮອງ​ປະທານ​ປະ​ເທດ​ ລາວ ບຸ​ນຍັງ​ ວໍລະ​ຈິດ


(vovworld) - ຕອນ​ເຊົ້າ​ວັນ​ທີ 9/8, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ປະ​ເທດ​ ລາວ ບຸ​ນຍັງ​ ວໍລະ​ຈິດ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ພວມ​ຢ້ຽມຢາມ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມືຮອບດ້ານ ຫວຽດນາມ ​ແລະ ລາວ ​ແມ່ນ​​ພື້ນຖານ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ໝັ້ນຄົງ​ໃຫ້​ແກ່ການ​ພັດທະນາ​ອັນ​ດີງາມ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ 2 ປ​ະ​ເທດ. ສະ​ແດງ​ຄວາ​ມພາກພູມ​ໃຈ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ອັນດີງາມ​ລະ​ຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທາ​ນສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນໃຫ້​ແກ່​ການ​ພົວພັນ​ແບບ​ພິ​ເສດ​ ຫງຽດນາມ ​ແລະ ລາວ, ພ້ອມ​ແລ້ວ​ແບ່ງປັນບົດຮຽນ​ກັບ​ສະພາ​ແຫ່ງ​ຊາດ ລາວ ​ໃນ​ການ​ປັບປຸງ​ລັດຖະທຳ​ມະນຸ​ນ​ໃໝ່​ປີ 2015,ກໍ​ຄື​​ສະ​ໜັບສະ​ໜູນ ລາວ ຮັບຜິດຊອບ​ເປັນ​ປະ​ທານ ອາ​ຊຽນ ​ສຳ​ເລັດ​ຜົນ​ໃນ​ປີ 2016 ຢ່າງສຸດ​ຈິດ​ສຸດ​ໃຈ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ​​ໄດ້ເຫັນ​ດີນຳ​ກັນ​ວ່າ: ກາ​ນພົວພັນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແບບ​ພິ​ເສດ​ລະ​ຫວ່າງ 2 ພັກ​, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ ​ເພື່ອການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ໃນ​ອະນາຄົດ. 2 ຝ່າຍ​ຈະ​ສະໜັບສະໜູນ​ເຊິ່ງກັນ​ ​ແລະ ກັນໃນບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ 2 ຝ່າຍ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ