ຫວຽດນາມແລະລາວເພີ່ມທະວີການຮ່ວມມືກ່ຽວກັບວຽກງານຖະແຫຼງຂ່າວ-ສື່ມວນຊົນ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືກ່ຽວກັບວຽກງານຖະແຫຼງຂ່າວ-ສື່ມວນຊົນ - ảnh 1
ພິທີລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ຖະ​ແຫຼ​ງຂ່າວ
ລະຫວ່າງ 2 ກະຊວງ​ໄລຍະ 2016 – 2020

(vovworld) – ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຕອນ​ຄ່ຳ​ວັນ​ທີ 20/09 ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​​ໄດ້​ມີ​ການເຮັດ​ວຽກ​ກັບ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ. ທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ສືບ​ຕໍ່​​ໃຫ້​ບຸລິມະສິດ ​ແລະ ​ເປີ​ດກ້ວາງ​ບັນດາ​ລາຍການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຄະນະ​ນັກ​ຂ່າວ, ​ເພີ່ມ​ທະວີ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ, ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ, ​ໂອ້​ລົມ​ສົນ​ທະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ຄຸ້ມ​ຄອງ, ດ້ານວີ​ຊາ​ການຖະ​ແຫຼ​ງຂ່າວ. ສວ່ນທ່ານ​ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ບໍ່​ແສງ​ຄຳ ວົງ​ດາລາ ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ແລກປ່ຽນ​ດ້ານ​ວີ​ຊາ​ການ, ​ວຽກ​ງານ​ຖະ​ແຫຼ​ງຂ່າວ - ສື່​ມວນ​ຊົນ​ມີ​ຄວາມ​ໝາ​ຍສຳຄັນ​ໃນ​ການ​ແນະນຳ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ເພີ່​ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ສິ້ນ​ສຸດ​ການ​ເຮັດ​ວຽກ ທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ​ແລະ ທ່ານ​ລັດຖະມົນຕີ ບໍ່​ແສງຄຳ ວົງ​ດາລາ ​ໄດ້ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ຖະ​ແຫຼ​ງຂ່າວລະຫວ່າງ 2 ກະຊວງ​ໄລຍະ 2016 – 2020.

ຂ່າວ/ບົດ​ອື່ນ