ຫວຽດນາມແລະລາວເພີ່ມທະວີການຮ່ວມມືດ້ານຄົມມະນາຄົມຂົນສົ່ງ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືດ້ານຄົມມະນາຄົມຂົນສົ່ງ - ảnh 1
ທ່ານ ດີງລາ​ທັງ, ລັດຖະມົນຕີ​ກະ​ຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ
photo:internet


(vovworld)-  ຕອນ​ບ່າຍ​ວັນ​ທີ 18/12, ຢູ່​ຕາ​ແສງ ປາກ​ເຊ ຈຳປາ​ສັກ ພາກ​ໃຕ້​ຂອງ​ລາວ, ທ່ານ ດີງລາ​ທັງ, ລັດຖະມົນຕີ​ກະ​ຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ​ໄດ້​ເຈລະຈາ​ກັບ​ທ່ານ ສົມ​ມາດ ​ພົນ​ເສນາ, ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ລາວ. ສອງ​ຝ່າຍ​ເຫັນ​ດີ​ຄວນ​ສົມທົບ​ກັນ​ຢ່າງ​ຕັ້ງຫນ້າ​ເພື່ອ​ສຳ​ເລັດ​ການ​ຄົ້ນ​ຄ້ວາ​ສ້າງ​ແຜນ​ຮ່າງ​ເຊື່ອມ​ຕໍ່​ຄົມມະນາຄົມ​ຂົນ​ສົ່ງ​ສອງ​ປະ​ເທດ, ​ໃນ​ນັ້ນ​ກຳນົດ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ເສັ້ນທາງ​ຄວາມ​ໄວ​ສູງ​ທີ່​ເໝາະ​ສົມທີ່​ສຸດ. ນອກ​ນັ້ນ ສອງ​ກະຊວງ​ຈະ​ສົມທົບ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການບິນ, ການ​ເດີນ​ທະ​ເລ, ທາງ​ນຳ້​ພາຍ​ໃນ ​ແລະ ກວດກາ​ຄຸນ​ນະພາ​ບຍານພາຫະນະ.

ຂ່າວ/ບົດ​ອື່ນ