ຫວຽດນາມແລະລາວເພີ່ມທະວີການຮ່ວມມືແລະຄຸ້ມຄອງເຂດຊາຍແດນຮ່ວມ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືແລະຄຸ້ມຄອງເຂດຊາຍແດນຮ່ວມ - ảnh 1
ກອງ​ປະ​ຊຸມ​ຢູ່ ວຽງ​ຈັນ, ປະ​ເທດ​ລາວ

(vovworld) –  ​​ວັນ​ທີ 5/1, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ​ປະ​ເທດ​ລາວໄດ້​ດຳ​ເນີ​ນກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 26 ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ຊາຍ​ແດນ 2 ປະ​ເທ​ດ ຫວຽດ​ນາມ - ລາວ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ ເລ​ຮ່​ວາຍ​ຈູງ, ​ຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ກຳ​ມາ​ທິ​ການ​ຊາຍ​ແດນ​ແຫ່ງ​ຊາດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ເປັນ​ຫົວ​ໜ້າ​ຄະ​ນະ. ຄະ​ນະ​ຜູ້​ແທນ​ລາວ​ໂດຍ​ທ່ານ ສະ​ເຫຼີມ​ໄຊ ກ​ົມ​ມະ​ສິດ, ກຳ​ມະ​ການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ເປັນ​ຫົວ​ໜ້າ​ຄະ​ນະ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​​ທີ່ກ່ຽວ​ຂ້ອງ ແລະ ບັນ​ດາ​ແຂວງ​ຊາຍ​ແດນ 2 ປະ​ເທດ.  ທີ່ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ກວດ​ກາ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ, ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຊາຍ​ແດ​ນ​ລະ​ຫວ່າງ 2 ປະ​ເທດ ແລະ ​ບົດ​ບັນ​ທຶກກອງ​ປ​ະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 25 ໃນ​ປີ 2016 ທີ່​ຜ່ານ​ມາ. 2 ຝ່າຍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ປົກ​​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນຂອງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ທິດ​ທາງ ແລະ ມາດ​ຕະ​ການ​ຮ່ວມ​ມື​ໃນ​ປີ 2017, ໃນ​ນັ້ນ​ຈຸດ​ສຸມ​ແມ່ນ​ໃຫ້​ສັດ​ຕະ​ຍ​າ​ບັນ​ສັນ​ຍາ​ກ່ຽວ​ກັບ​ກົດ​ລະ​ບຽບ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ ຫວຽດ​ນາມ ແລະ ລາວ ແລະ ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ຫຼັກ​ໝາຍ​ຊາຍ​ແດນ ຫວຽດ​ນາມ - ລາວ ໂດຍ​ໄວ, ​ເພີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ກັນ​ລະ​ຫວ່າງ​ທ​ຸກ​ຂັ້ນ, ທ​ຸກ​ຂະ​ແໜງ​ການ ແລະ ກຳ​ລັງ​ກ່ຽວ​ຂ້ອງ​ໃນ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ກ່​ວາ​ອີກ, ສະ​ຫລຸບຮູບ​ແບບ “ປະ​ຕູ​ດຽວ, ຢຸດ​ເທື່ອ​ດຽວ”, ກໍ່​ສ້າງ, ຜັນ​ຂະ​ຫຍາຍ​ບາງ​ສັນ​ຍາຢ່າງ​ມີປະ​ສິດ​ທິ​ຜົນ​, ແຜນ​ຮ່າງ​ວາງ​ແຜນ​ຜັງ​, ພັດ​ທະ​ນາ​ດ່ານ​ຊາຍ​ແດນ, ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງຄົມ​ມະ​ນາ​ຄົມ, ການ​ຄ້າ​ເຂດ​ຊາຍ​ແດນ, ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ອົບ​ພະ​ຍົບ​ເສ​ລີ ແລະ ການ​ສົມ​ລົດ​ໂດຍບໍ່​ມີ​ການ​ຈົດ​ທະ​ບຽນ​ໃນ​ເຂດ​ຊາ​ຍ​ແດນ 2 ປະ​ເທດ​ຢ່າງ​ມີປະ​ສິດ​ທິ​ຜົນ​.

        ​ສິ້ນ​ສຸດ​ກອງ​ປະ​ຊຸມ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ 2 ປະ​ເທດ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກອງ​ປະ​ຊຸມ ແລະ ເຫັນ​ດີເປັນ​ເອ​ກະ​ພາບ​ກັນ​ວ່າ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 27 ຄ​ະ​ນະ​ຜູ້​ແທນຊາຍ​ແດນ ຫວຽດ​ນາມ - ລາວ ຈະ​​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ໃນ​ເດືອນ 12/2017.


ຂ່າວ/ບົດ​ອື່ນ