ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພດ້ານຖະແຫລງຂ່າວ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພດ້ານຖະແຫລງຂ່າວ - ảnh 1
ທ່ານ ເຈືອງ​ມີງ​ຕວນ, ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ - ສື່​ສານ ຫວຽດ​ນາມ
ແລະ ທ່ານທັນ​ສະ​ໄຫມ ກົມ​ມະ​ສິດລັດ​ຖະ​ມົນ​ຕີ​ກະ​ຊວງ​ໄປ​ສະ​ນີ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ ລາວ
ພາບ:vietnamnet

(vovworld)- ​​ ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ ສ​ປ​ປ​ລາວ ແຕ່​ວັນ​ທີ 18-21/9, ກະ​ຂວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ໂດຍ​ທ່ານ ເຈືອງ​ມີງ​ຕວນ, ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ດັ່ງ​ກ່າວ​ນຳ​ຫນ້າ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ກະ​ຊວງ​ໄປ​ສະ​ນີ ແລະ ໂທ​ລະ​ຄົມ ລາວ ໂດຍ​ທ່ານ ລັດ​ຖະ​ມົນ​ຕີ ທັນ​ສະ​ໄຫມ ກົມ​ມະ​ສິດ ນຳ​ຫນ້າ. ທີ່​ການ​ເຈ​ລະ​ຈາ​ໃນ​ຕອນ​ເຊົ້າ​ວັນ​ທີ 19/9 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ,ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ສ້າງ​ນະ​ໂຍ​ບາຍ​ຄຸ້ມ​ຄອງ ແລະ ບຳ​ລຸງ​ສ້າງ​ການ​ຄຸ້ມ​ຄອງ, ວິ​ຊາ​ສະ​ເພາະ​ດ້ານ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ເພື່ອ​ຍົກ​ສູງ​ຄວາ​ມ​ເຂົ້າ​ໃຈ, ຄວາມ​ຮັບ​ຮູ້ ແລະ ໂຄ​ສະ​ນາ​ການ​ປະ​ກອບ​ສ່ວນ​ປັບ​ປຸງ, ພັດ​ທະ​ນາ​ບັນ​ດາ​ສາຍ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ​ລາວ, ສ້າງ​ພື້ນ​ຖານ ແລະ ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ການ​ຮ່ວມ​ມື​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ຖະ​ແຫລງ​ຂ່າວ ແລະ ສື່​ສານ, ພິ​ເສດ ສອງ​ຝ່າຍ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ຖະ​ແຫລງ​ຂ່າວ ແລະ ບຳ​ລຸງ​ສ້າງ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ໂອ​ກາດນີ້ ທ່ານ ເຈືອງ​ມີງ​ຕວນ ລັດ​ຖ​ະ​ມົນ​ຕີ​ກະ​ຊວງຖະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ແລະ ທ່ານ ທັນ​ສະ​ໄຫມ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ໄປ​ສະ​ນີ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ ລາວ ພ້ອມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ. ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ເປັນ​ສັກ​ຂິ​ພິ​ຍານ​ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ຫວ່າງ​ສູນຢັ້ງ​ຢືນ​ເອ​ເລັກ​ໂຕ​ນິກ​ແຫ່ງ​ຊາດ- ກະ​ຊ​ວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ແລະ ສູນ​ອິ​ນ​ເຕີ​ແນດ ລາວ, ສັງ​ກັດ​ກະ​ຊວງ​ໄປ​ສະ​ນີ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ​ລາວ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ