ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນວຽກງານຮັກສາຄວາມໝັ້ນຄົງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນວຽກງານຮັກສາຄວາມໝັ້ນຄົງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ - ảnh 1
​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ຜູ້​ຮັ​ກ​ສາ​ການ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ

(​vovworld) – ​ ​​​​ ຫວຽດ​ນາມ ​ແລະ ​ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​​ຮັ​ກ​ສາຄວາມ​ໝັ້ນ​ຄົງດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ - ນີ້​ແມ່ນໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ຂອງ​ກະ​ຊວງ​ຕຳຫຼ​ວດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ ໃນ​ປີ 2015 ​ເຊິ່ງ​ທັງ 2 ຝ່າຍ​​ໄດ້ເຫັນ​ດີ​ເປັນ​ເອ​ກະ​ສັນ​ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ, ພົນ​ເອກ ເຈີ່ນ​ດ້າຍກວາງ ແລະ ຜູ້​ຮັ​ກ​ສາ​ການ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ ສົມ​ແກ້ວ ສີ​ລາ​ວົງ ​ທີ່ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/1, ຢູ່ ວຽງ​ຈັນ, ປະ​ເທດ​ລາວ. ຕາມນັ້ນ​ແລ້ວ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ເພີ່ມ​ທ​ະ​ວີ, ສົມ​ທົບ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ພິ​ເສດ​ແມ່ນ​ອາດ​ຊະ​ຍາ​ກຳ​ຄ້າ​ຂາຍ​ຢາ​ເສບ​ຕິດ, ການຄ້າ​ ​ມະ​ນຸ​ດ ແລະ ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ. 2 ຝ່າຍ​ຈະ​ຕັ້ງ​ໜ້າ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ແຫຼ່ງ​ພະ​ນັກ​ງານ​ວິ​ຊາ​ສະ​ເພາະ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ຮັບ​ໃຊ້​ໃຫ້​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ຢູ່​ແຕ່​ລະ​ປະ​ເທດ​. 2 ຝ່າຍ​ຕັດ​ສິນ​ໃຈ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ, ເລິກ​ເຊິ່ງ​ກ້​ວາງ​ຂວາງ, ສືບ​ຕໍ່​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ກະ​ຊວງ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ ລາວ ​ໄດ້ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ປີ 2015. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ​ກໍ່ໄດ້​ມອບ​ໃຫ້​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ ກອມ​ພິມ​ເຕີ 50 ຊຸດ. ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ຢູ່ ລາວ ໄດ້​ມອບ​ໃຫ້​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສ​ະ​ຫງົບ ລາວ ຈຳ​ນວນ​ເງິນ 100.000 USD ເພື່ອ​ຊື້​ອຸ​ປະ​ກອນ​ຮັບ​ໃຊ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​​ການ​ປະ​ຕິ​ບັດງານ.

    ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກຢູ່ ລາວ, ຕອນ​ບ່າຍ​ວັນ​ທີ 15/1, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ​ ທຳ​ມະ​ວົງ.


ຂ່າວ/ບົດ​ອື່ນ