ຫວຽດນາມແລະລາວແບ່ງປັນບົດຮຽນໃນການຄຸ້ມຄອງບໍລິຫານ

ຫວຽດນາມແລະລາວແບ່ງປັນບົດຮຽນໃນການຄຸ້ມຄອງບໍລິຫານ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຖ່າຍ​ຮູບ​ທີ່​ລະ​ນຶກ

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າ​ງ​ເປັນ​ທາງ​ການ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ລາວ, ຕອນ​ເຊົ້າ​ວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸ​ມ​ສຳມະ​ນາ “ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ລາວ ແລະ ຫວຽດ​ນາມ, ບັນ​ດາ​ບົດ​ຮຽນ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ ແລະ ຂອງ​ລັດ​ຖະ​ບານ​ຢູ່​ສູນ​ກາງ, ແຂວງ, ເມືອງ, ຕາ​ແສງ”. ກ່​າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢ່າ​ທໍ່​ຕູ້ ຖື​ວ່າ ນີ້​ແມ່ນ​ຫົວ​ຂໍ້​ໂດຍ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ພ້ອມ​ກັນ​ເອົາ​ໃຈ​ໃສ່, ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ລັດ ຂອງ​ແຕ່​ລ​ະ​ປະ​ເທດ​ໃນ​ໄລ​ຍະ​ໃໝ່. ພ້ອມ​​ກັນ​ນັ້ນກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​​ໄດ້ແບ່ງ​ປັນ​ບົດ​ຮຽນ, ຂໍ​້​ມູນ​ຂ່າວ ແລະ ສິ່ງ​ທ້າ​ທາຍ​ຕໍ່​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ບໍ​ລິ​ຫານ​ລັດ​ຢູ່​ແຕ່​ລະ​ປະ​ເທດ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ປາ​ນີ ຢ່າ​ທໍ່​ຕູ້ ຫວັງ​ວ່າ, ຜ່ານກອງ​ປະ​ຊຸມ​ສ​ຳ​ມະ​ນາ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ລາວ ພ້ອມ​ກັນ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດນີ້​ກັບ​ບັນ​ດາ​​ເພື່ອນຮ່ວມ​ງານ ຫວຽດ​ນາມ ເພື່​ອ​ເປັນ​ບ່ອນອ​ີງ​ໃນກ​ການ​ຄົ້ນ​ຄ້​ວາ, ປັບ​ປຸງ ຫຼື ສ້າງ​ສຳ​ເລັດ ເອ​ກະ​ສານ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ. ກ່າວ​ຄຳ​ເຫັນ​ສະ​ຫລຸບກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຖື​ວ່າ:

       “ເລື່ອງ ຫວຽດ​ນາມ ແລະ ລາວ ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາຫົວ​ເລື່ອງ​ສະ​ເພາະ​ໄດ້ ແລະ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​​ກົນ​ໄກ​ປະ​ຈຳ, ເໝາະ​ສົມ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກົມ​ການ​ເມືອງ 2 ປະ​ເທດ, ກໍ່​ຄື​ຕາມ​ການກຳ​ນົດ​ທິດ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ວຽກ​ງານສ້າງ​ກົດ​ໝາຍ. ບົນ​ຈິດ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າ​ຊົມ​ເຊີຍ, ສະ​ໜັບ​ສະ​ໜູນ ແລະ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ກໍ່​ຄື​ບັນ​ດາ​ອົງ​ການ​ຂອງ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ສ​ືບ​ຕໍ່​ສົມ​ທົບ​ນຳ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ອື່ນໆ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ