ຫວຽດນາມແລະລາວແລກປ່ຽນບົດຮຽນວຽກງານແນວໂຮມ

ຫວຽດນາມແລະລາວແລກປ່ຽນບົດຮຽນວຽກງານແນວໂຮມ - ảnh 1
( ຫວຽດນາມ​ແລະ​ລາວ​ແລກປ່ຽນ​ບົດຮຽນ​ວຽກ​ງານ​ແນວ​ໂຮມ )

(vovworld) - ​ຕອນ​ເຊົ້າ​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫວູຈ້ອງ​ກິມ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ເປັນ​ຫົວໜ້າ​ຄະນະ ​ໄດ້ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວລາວ​ສ້າງ​ຊາດ, ​ໂດຍ​ທ່ານ ຕົງ​​ເຢີທໍ່ ຮອງ​ປະທານ​ປະຈຳການ​ນຳ​ໜ້າ, ​ເນື່ອງ​ໃນ​ໂອກາດ​ ມາ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 12 – 18/7. 2 ຝ່າຍ​ສຸມ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ການ​ເຝີ​ກອົບຮົມ​ພະນັກງານ, ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ​ ​ເພື່ອ​ໃຫ້​ມີ​ການ​ສົມທົບ​ດີ​ກ່ວາ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ດ້ານ​ເສດຖະກິດ - ສັງຄົມ 2 ປະ​ເທດ ​ແລະ ການ​ກະກຽມ​​ເຊື່ອມ​ໂຍງ​​​ເຂົ້າ​​ກັບປະຊາ​ຄົມອາ​ຊຽນ ​ໃນ​ທ້າຍ​ປີ​ 2015.

ຂ່າວ/ບົດ​ອື່ນ