ຫວຽດນາມແລະສ.Slovakia ແບ່ງປັນບົດຮຽນ ໃນຂົງເຂດຕຸລາການ

ຫວຽດນາມແລະສ.Slovakia ແບ່ງປັນບົດຮຽນ ໃນຂົງເຂດຕຸລາການ - ảnh 1
ຄະນະ​ພະນັກງານ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽ​ດນາມ
ເຮັດວຽກກັບສະມາຄົມ​ທະນາຍຄວາມ Slovakia
(ພາບ: Trần Quang Vinh/Vietnam+)

(vovworld) – ຄະນະ​ພະນັກງານ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽ​ດນາມ ​ໂດຍ​ທ່ານ​ເຈືອງ​ຮ່ວາ​ບີ່​ງ, ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ນຳ​ໜ້າ, ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.Slovakia. ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​​ໃນ​ວັນ​ທີ 5-8/7, ຄະນະ​ພະນັກງານ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ການ​ນຳ​ສານ​ສູງ​ສຸດ ສ.Slovakia ​ໂດຍ​ທ່ານ​ນາງ Jarmila Urbancova, ຮອງ​ປະທານ​ສານ​ສູງ​ສຸດ ສ.Slovakia ນຳ​ໜ້າ. ທ່ານ​ນາງ Jarmila Urbancova ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນວ່າ: ການ​ຢ້ຽມຢາມ ສ.Slovakia ຂອງ​ທ່ານປະທານ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ເຈືອງ​ຮ່ວາ​ບີ່​ງ ຄັ້ງ​ນີ້  ​ແມ່ນ​ບາດກ້າວ​ສືບ​ຕໍ່ການ​ຮ່ວມ​ມື ລະຫວ່າງ​ສານ​ສູງ​ສຸດ 2 ປະ​ເທດ, ພາຍຫຼັງ​ສັນຍາ​ຮ່ວມ​ມື 2 ຝ່າຍ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 4/2014 ຢູ່ ຮ່າ​ໂນ້ຍ. ທ່ານ​ນາງ Jarmila Urbancova ​ເນັ້ນ​ໜັກ​ວ່າ: ຫວຽດນາມ ພວມ​ຕັດສິນ​ໃຈ​ປະຕິ​ຮູບ​ດ້ານ​ຕຸລາການ, ປ່ຽນ​ໃໝ່​ການ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ກົດໝາຍ. ​​ໃນຂອບ​ເຂດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ພະນັກງານ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽ​ດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Slovakia Tomas Borec ​ແລະ ທ່ານ​ຮອງ​ປະທານ​ສະພາ​ຍຸຕິ​ທຳ Slovakia Jan Vanko. ນອກຈາກ​ນັ້ນ, ຄະນະ​ພະນັກງານ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽ​ດນາມ ​ໄດ້​ມີ​ການ​ເຈລະຈາ​, ການ​ແລກປ່ຽນ​ບົດຮຽນ​ກັບ​ການ​ນຳ​ສະມາຄົມ​ທະນາຍຄວາມ Slovakia, ຫ້ອງ​ການ​ໄອ​ຍະ​ການ Slovakia, ຢ້ຽມຢາມ​ສະ​ຖາ​ບັນ​ຍຸຕິ​ທຳ Slovakia ​ແລະ ມະຫາວິທະຍາ​ໄລ​ກົດໝາຍ​ເອີ​ລົບ.


ຂ່າວ/ບົດ​ອື່ນ