ຫວຽດນາມແລະສິງກະໂປເພີ່ມທະວີຄວາມສາມັກຄີ,ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ

ຫວຽດນາມແລະສິງກະໂປເພີ່ມທະວີຄວາມສາມັກຄີ,ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ, ວັນ​ທີ 22/11 ທ່ານ​ຮອງ​ລັດຖະມົ​ນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ດັ້ງ​ດີງກູ​ຍ ນຳ​ໜ​້າຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ດຳ​ເນີນການ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 10 ກັບ​ກະຊວງ​ການ​ຕ່າ​ງປະ​ເທດ ສິງກະ​ໂປ. ທີ່ການ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 10, 2 ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຜັນ​ຂະຫຍາຍ​ໝາກຜົ​ນກອງ​ປະ​ຊຸມ​ລັດຖະມົນຕີ​ຄັ້ງ​ທີ 12 ກ່ຽວ​ກັບ​ການ​ເຊື່ອມຕໍ່​ 2 ພື້ນຖານ​ເສດຖະກິດ ​ເຊິ່ງຈັດ​ຕັ້ງ​ຢູ່ ສິງກະ​ໂປ ​ເມື່ອ​ເດືອນ 09/2016 ​ໃນ 6 ຂົງ​ເຂດ: ການ​ເງິນ, ຖະ​ແຫຼ​ງຂ່າວ - ສື່ສານ, ການ​ສຶກສາ - ກໍ່ສ​້າງ, ຄົມມະນາຄົມ - ຂົນ​ສົ່ງ, ການ​ລົງທຶນ, ການ​ຄ້າ ​ແລະ​ ການ​ບໍລິການ ເປັນ​ຢ່າ​ງດີ. ທ່ານ​ຮອງ​ລັດຖະມົນຕີ ດັ້ງ​ດີງກູ​ຍ ສະ​ເໜີ ສິງກະ​ໂປ ​ເຈລະຈາ, ລົງ​ນາມ​​ໃນ​ບັນດາ​ຂໍ​້ຕົກລົງທີ່​ໄດ້ຮັບ​ຮອງ​ນຳກັນ ​ກ່ຽວ​ກັບ​ມາດຖານ​ສຳລັບ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ; ຊຸກຍູ້​ບັນດາ​ວິ​ສາ​ຫະກິດ ສິງກະ​ໂປ ​ເພີ່ມ​ການ​ລົງທຶນ​ເຂົ້າ​ຂົງ​ເຂດຕົ້ນຕໍ​ຂອງ ຫວຽດນາມ.

        2 ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ນຳ​ບັນດາ​ຂົງ​ເຂດ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ເຂົ້າ​ສູ່​ລວງ​ເລິກ. ຫົວໜ້າ​ຄະນະ 2 ທ່ານ​ລ້ວນ​ແຕ່​ຢືນຢັນ​ຈະ ພ້ອມ​ກັນ​ມານະ​ພະຍາຍາມ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ; ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ ​ແລະ ຊຸກຍູ້​ສັນຕິພາບ, ຄວາມ​ສະຫງົບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ເປັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮຽກຮ້ອງ​ບັນດາ​ຝ່າຍ​ຈົ່ງລະງັບ​ໃຈ, ບໍ່​ນາບ​ຂູ່​ດ້ວຍກຳລັງ​ອາວຸດ ຫຼື ນຳ​ໃຊ້ກຳລັງອາວຸດ, ​ເຄົາລົບ​ບັນດາ​ວິວັດທະນາ​ການ​ດ້ານ​ການ​ທູດ, ນິຕິ​ທຳ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນຢ່າງ​ຄົບ​ຊຸດ.

ຂ່າວ/ບົດ​ອື່ນ