ຫວຽດນາມແລະສີລັງກາມີການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືອັນດີງາມ

ຫວຽດນາມແລະສີລັງກາມີການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືອັນດີງາມ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ​ຕ້ອນຮັບ​ທ່ານ​ນາງ​
ເອກ​ອັກຄະ​ລັດຖະທູດ ສີ​ລັງກາ Urgodawatt Dissanayke

(vovworld) – ​ ຫວຽດນາມ ​ແລະ ສີ​ລັງກາ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ, ​ເຊິ່ງ​ໄດ້ພັດທະນາ​ຢ່າງ​ບໍ່​ຢຸດຢັ້ງໃນ​ເກື​ອບ 45 ປີຜ່ານມາ​. ນັ້ນ​​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ທີ່​ການ​ຕ້ອນຮັບ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ Urgodawatt Dissanayke ​ໃນ​ຕອນ​ບ່າຍ​ວັນ​ທີ 07/07 ຢູ່​ສຳ​ນັກ​ງານ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ທ່ານນາງ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ ຈະ​ມີ​ປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່ ຫວຽດນາມ ສຳ​ເລັດຜົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ: ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ​ຈະ​ມີ​ການ​ປະກອບ​ສ່ວນ​ສຳຄັນ​ຫລາຍ​ຢ່າງ​ເຂົ້າໃນ​ການຊຸກຍູ້​ການ​ພົວພັນ​ທຸກດ້ານ​ລະຫວ່າງ 2 ປະ​ເທ​ດກ່ວາ​ອີກ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຍູ້​ແຮງ​ການ​ຮ່ວມ​ມືດ້ານ​ເສດຖະກິດ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ວັດທະນະທຳ​ການ​ສຶກສາ…​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ​​ຕີ​ລາຄາ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ​ແມ່ນຍັງຈຳກັດ​ຢູ່ ບັນ​ລຸ​ໄດ້​ປະມານ 200 ລ້ານ USD ​ໃນ​ປີ 2015, ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ: 2 ປະ​ເທດ​ຄວນ​ຍູ​້​​ແຮງ​ການ​ຮ່ວມ​ມື​ເສດຖະກິດ​​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ, ​ໃນ​ນັ້ນ, ​ດ້ານການ​ຄ້າ 2 ປະ​ເທດ​ຄວນ​ເພີ່ມ​ຂຶ້ນທົບ​ຫລາຍ​ເທື່ອ​​ເມື່ອ​ທຽບ​ໃສ່ປະຈຸ​ບັນ.

        ສ່ວນ​ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ສີ​ລັງກາ Urgodawatt Dissanayke ຢືນຢັນ​: ຈະ​ມານະ​ພະຍາຍາມ​ປະກອບ​ກຳລັງ​ເຫື່ອ​ແຮງ​ເຂົ້າໃນ​ການ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື 2 ປະ​ເທດ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​​ໃຫ້ຂຶ້ນ​ທົບ​ຫລາຍ​ເທື່ອ​ຄື​ຄວາມ​ມຸ່ງຫວັງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ.

ຂ່າວ/ບົດ​ອື່ນ