ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ

ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ - ảnh 1
ຫວຽດນາມ​ແລະ​ລັດ​ເຊຍ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ
​ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ນິວ​ເຄຼຍ


(vovworld) –  ກອງ​ປະຊຸມ​ສຳ​ມະ​ນາ ຫວຽດນາມ-​ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ນິວ​ເຄຼຍ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 23/6, ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ສ້າງ​ແຜນການ​ຮ່ວມ​ມື ລະຫວ່າງ ຫວຽດນາມ-​ລັດ​ເຊຍ ກ່ຽວ​ກັບ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ນິວ​ເຄຼຍ​ໄລຍະ 2015-2017. ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໂດຍ 2 ຝ່າຍ​ສ້າງຂຶ້ນ​ຕາມ 19 ບັນຫາ​​ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ນິວ​ເຄຼຍຕາມ​ການ​ແນະນຳ​ຂອງ IAEA ​ແລະ ຮັບປະກັນ​ລັກສະນະ​​ເປັນ​ໄປ​ໄດ້​​, ໂດຍອີງ​ໃສ່​ຄວາມ​ຕ້ອງການ​​​ຕົວ​ຈິງ. ພິ​ເສດ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ສະຫະພັນ​ລັດ​ເຊຍ ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ໃນ​ການ​ພັດທະນາໄຟຟ້າ​ນິວ​ເຄຼຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Sokolov Yuri, ກຸ່ມ​ບໍລິສັດ Rosenergoatom, ROSATOM, ອະດີດຮອງຜູ້ອຳນວຍການ​ໃຫຍ່ IAEA, ຫົວໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ສະຫະພັນລັດ​ເຊຍ, ປາດ​ຖະໜາ​ຢາກ​ຊອກ​ຮູ້​ຄວາມ​ຕ້ອງການ​ຕົວ​ຈິງ ​ເພື່ອພັດທະນາໄຟຟ້າ​ນິວ​ເຄຼຍຂອງ ຫວຽດນາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງໄຟຟ້າ​ນິວ​ເຄຼຍ.

          ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ສະຫະພັນ​ລັດ​ເຊຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຈິ​ນວຽດ​ແທງ ​ໃຫ້​ຮູ້​ວ່າ: ຫວຽດນາມ ກໍ​ພວ​ມຕັ້ງໜ້າ​ສົມທົບ​ກັບ ລັດ​ເຊຍ ​ເພື່ອ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ່​ແກ່ການ​ພັດທະນາໄຟຟ້າ​ນິວ​ເຄຼຍ. ນີ້​ກໍ​ແມ່ນ​ຄາດໝາຍ​ຈຸດ​ສຸມ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ: ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈະ​ເອົາ​ໃຈ​ໃສ່​ເພື່ອ​ຮ່ວມ​ມື​ກັບ​ລັດ​ເຊຍ ຊຸກຍູ້​ການພັດທະນາ​ໄຟຟ້າ​ນິວ​ເຄຼຍ.

 

ຂ່າວ/ບົດ​ອື່ນ