ຫວຽດນາມແລະສະຫະພັນລັດເຊຍເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ,ການຄ້າ2ຝ່າຍໃນໄລຍະຈະມາເຖິງ

ຫວຽດນາມແລະສະຫະພັນລັດເຊຍເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ,ການຄ້າ2ຝ່າຍໃນໄລຍະຈະມາເຖິງ - ảnh 1
(ຫວຽດ​ນາມ​ແລະ​ສະ​ຫະ​ພັນ​ລັດ​ເຊຍ​ ເຫັນ​ດີ​ຊຸກ​ຍູ້
​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ2ຝ່າຍ)


(vovworld) - ຫວຽດ​ນາມ​ແລະ​ສະ​ຫະ​ພັນ​ລັດ​ເຊຍ​ ເຫັນ​ດີ​ຊຸກ​ຍູ​້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ2ຝ່າຍ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້ນຳ​ມາ​ປຶກ​ສາ​ຫາ​ລື​ໃນ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 16/12, ຢູ່​ຮ່າ​ໂນ້ຍ, ລະ​ຫວ່າງ​​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ແລະ ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ​ສະ​ຫ​ະ​ພັນ​ລັດ​ເຊ​ຍ Igor Shvalov, ປະ​ທານ​ຮ່ວມ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ກ່ຽວກ​ັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ, ເຕັກ​ນິກ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ຂົງ​ເຂດ​ການ​ຄ້າ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ຍູ້​ແຮງ​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ຫວຽດ​ນາມ ແລະ ​ສະ​ຫະ​ພັ​ນ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ. ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງງານ, 2 ຝ່າຍ ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ກ່​ຽວ​ຂ້ອງ​ເຖິງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໂຮງ​ງານ​ໄຟ​ຟ້ານິວ​​ເຄຼຍ ນິງ​ທ້ວນ ເລກ 1, ບັນ​ດາ​​ໂຄງ​ການ​ໃນຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ ແລະ ໄຟ​ຟ້າ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ປາດ​ຖະ​ໜາ​ຢາກ​ສີບ​ຕໍ​່​ເສີມ​ຂະ​ຫຍາຍ ແລະ ເປີດກວ້າງ​ສູ່​ບັນ​ດາ​ໂຄງ​ການ​ໃໝ່​ຢູ່​ໄຫຼ່​ທະ​ວີບ​ຂອງ​ຫວຽດ​ນາມ, ເຂດ​ດິນ​ແດນ​ສະ​ຫະ​ພັນ​ລັດ​ເຊຍ ແລະ ປະ​ເທດ​ທີ 3…

      ສິ້ນ​ສຸດ​ການ​ເຈ​ລະ​ຈາ, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ໄດ້​ລົງ​ນ​າມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ​້ ກໍ​ຄື​ໃຫ້​ຄຳ​ໝັ້​ນ​ສັ​ນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ