ຫວຽດນາມແລະສະຫະພັນເຢຍລະມັນເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນ

ຫວຽດນາມແລະສະຫະພັນເຢຍລະມັນເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນ - ảnh 1
ທ່ານ ດ່ວານ​ຊວນ​ຮື​ງ ​​ແລະ​ທ່ານ​ນາງ Birgit Monteiro
(ພາບອິນເຕີແນັດ)

(vovworld) – ​    ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ແລະ ສະຫະພັນ ​ເຢຍລະ​ມັນ, ​ໃນ​ເວລາຜ່ານ​ມາ ທ່ານ ດ່ວານ​ຊວນ​ຮື​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ​ເຢຍລະ​ມັນ ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງ Birgit Monteiro ​ເຈົ້າ​ເມືອງ ​ເມືອງ Lichtenberg ຂອງ Berlin. ທີ່​ການ​ພົບ​ປະ, ​ເຈົ້າ​ເມືອງ Monteiro ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງປະ​ຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຢຍລະ​ມັນ ​ເວົ້າລວມ ​ແລະ ຢູ່ເມືອງ Lichtenberg ​ເວົ້າ​ສະ​ເພາະ. ທ່ານ​ນາງ Monteiro ຖື​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ແລະ ​ເມືອງ Lichtenberg ປາດ​ຖະໜາ​ຢາກ​ຍູ້​ແ​ຮງການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວາ​ນຊວນ​ຮື​ງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ອຳນາດ​ການ​ປົກຄອງ​ເມືອງ ສືບ​ຕໍ່​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ​ເຊື່ອມ​​ໂຍງ​ເຂົ້າ​ກັບສັງຄົມ ​ເຢຍລະ​ມັນ ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ປະກອບສ່ວນ​ຫລາຍ​ກ່ວາ​ອີກ ​ໃຫ້​ຄວາມ​ວັດທະນາ​ຖາວອນ​ຂອງ ປະ​ເທດ ​ເຢຍລະ​ມັນ ​ແລະ ​ເຮັດ​ໃຫ້ການ​ພົວພັນ 2 ຝ່າຍ​ເລິກ​ເຊິ່ງກ່ວາ​ອີກ.

 


ຂ່າວ/ບົດ​ອື່ນ