ຫວຽດນາມແລະສ.ເຊັກໂກຮ່ວມມືປ້ອງກັນຕ້ານອາດຊະຍາກຳຢາເສບຕິດ

ຫວຽດນາມແລະສ.ເຊັກໂກຮ່ວມມືປ້ອງກັນຕ້ານອາດຊະຍາກຳຢາເສບຕິດ - ảnh 1
ຫວຽດນາມແລະສ.ເຊັກໂກຮ່ວມມື
ປ້ອງກັນຕ້ານອາດຊະຍາກຳຢາເສບຕິດ
(ພາບ: Vietnam+)


(vovworld) – ຄະນະ​ປະຕິບັດ​ງານ​ກົມ​ໃຫຍ່​ຕຳຫຼວດ​ສັງ​​ກັດ​ກະຊວງ​ຕ​ຳຫຼວດຫວຽດນາມ ​ໂດຍ​ພັນ​ເອກ ຫງວຽນດິກ​ນາມ, ຮອງ​ຫົວໜ້າ​ກົມ​ຕຳຫຼວດ​ສືບສວນ​ອາດຊະຍາ​ກຳຢາ​ເສບ​ຕິດ, ກົມ​ໃຫຍ່​ຕຳຫຼວດ ນຳ​ໜ້າ, ​ໄດ​້ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.​ເຊັກ​​ໂກ ​ໃນ​ລະຫວ່າງ​ວັນ​ທີ 12/09 – 12/10. ຕອນ​ບ່າຍ​ວັນ​ທີ 11/10, ຢູ່​ນະຄອນຫຼວງ Praha, ​ໄດ້​ຈັດ​ການ​ພົບ​ປະ​ກັບ​ບັນດາ​ນັກ​ຂ່າວ, ຂ່າວສານ​​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​​ຢູ່​​ເຊັກ​ໂກ ​ເພື່​ອລາຍ​ງານ​ໝາກຜົນ​ການ​ຢ້ຽມຢາມ. ​ພັນ​ເອກ ຫງວຽນດິກ​ນາມ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ການ​ນຳ​ຕຳ​ຫຼວດ ​ແລະ ອົງການ​ສືບ​ສວນ​ຢູ່ 10 ​ແຂວງ, ນະຄອນຂອງ​ເຊັກ​ໂກ. ຜ່ານ​ການ​​ແລກປ່ຽນ​ຂໍ້​ມູນ​ຂ່າວ, 2 ຝ່າຍ​ໄດ້​ເຫັນ​ດີຮ່ວມ​ມື​​ໃນ​ຫຼາຍ​ບັນຫາ, ພົ້ນ​ເດັ່ນ​ແມ່ນ​ວຽກ​ງານ​ປ້ອງ​ກັນ, ຕ​້ານອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ. ​ພັນ​ເອກ ຫງວຽນດິກ​ນາມ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ກັບສ.​ເຊັກ​ໂກ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ເວົ້າ​ລວມ​ ​ແລະ ອາດຊະຍາ​ກຳຢາ​ເສບ​ຕິດ​​ເວົ້າ​ສະ​ເພາະ, ​ໃນ​ນັ້ນ​ມີ​ການ​ແລກປ່ຽນຂໍ້​ມູນ​ຂ່າວ​ເປັນ​ປະ​ຈຳ, ​ແລກປ່ຽນ​ບັນດາ​ຄະນະ​ປະຕິບັດ​ງານ​ໃນ​​ແຕ່ລະ​ປີ, ກໍ​ຄື​ການ​ຮ່ວມ​ມື​ບຳລຸ​ງສ້າງ​ວິຊາ​ຊີບ ​ແລະ ດ້ານ​ພາສາ.

ຂ່າວ/ບົດ​ອື່ນ