ຫວຽດນາມແລະອັກຊັງຕີນເພີ່ມທະວີແລກປ່ຽນການຄ້າແລະການລົງທຶນ

ຫວຽດນາມແລະອັກຊັງຕີນເພີ່ມທະວີແລກປ່ຽນການຄ້າແລະການລົງທຶນ - ảnh 1
ເວທີປາໄສວິສາຫະກິດ ຫວຽດນາ - ອັກຊັງຕີນ
(ພາບ: dieuhuong/vietnam+)

(vovworld) – ​ ວັນ​ທີ 31/8, ​ໃນ​ການ​ເຮັດ​ວຽກ​ກັບທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເຈີ່ນ​ຕ໋ວນ​ແອ​ງ ພວມຢ້ຽມຢາມ ອັກ​ຊັງ​ຕີນ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ Carlos Bianco ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ ຫວຽດນາມ ກ່ວາ​ອີກ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ ສົ່ງ​ເສີມ​ການ​ຄ້າ, ພ້ອມ​ທັງ ​ເຫັນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາກ​ອບກົດໝາຍ ສ້າງ​ຄວາມ​ສະດວກ​ໃຫ້​ຜະລິດ​ຕະພັນ ຫວຽດນາມ ​ເຂົ້າ​ຕະຫລາດ ອັກ​ຊັງ​ຕີນ, ຫລຸດ​ຜ່ອນຄວາມ​ຜິດ​ດຽງ​ໃນ​ການ​ແລກປ່ຽນ​ສິນຄ້າ​ລະຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ​ເຈີ່ນ​ຕ໋ວນ​​ແອ​ງ ​ ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ 2 ຝ່າຍຈະມານະ​ພະຍາຍາມ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ ຊຶ່ງ​ບັນລຸ​​ໄດ້​ໃນ​ກອງ​ປະຊຸມ​ລະຫວ່າງ​ລັດຖະບານ ອັກ​ຊັງ​ຕີນ - ຫວຽດນາມ, ດຳ​ເນີນ​ໃນ​ປີ 2014 ຢູ່ Buenos Aires ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຮຽກຮ້ອງ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ໃຕ້ ​ອະ​ນຸຍາດ​ໃຫ້​ນຳ​ເຂົ້າປະ​ເທດ​ນີ້ ໝາກ​ມັງກອນ, ໝາກ​ລິ່ນ​ຈີ່ ​ແລະ ໝາກ​ລຳ​ໄຍຂອງ ຫວຽດນາມ​.

ຂ່າວ/ບົດ​ອື່ນ