ຫວຽດນາມແລະອັກຊັງຕີນແລກປ່ຽນບົດຮຽນກ່ຽວກັບການເຈລະຈາຫລາຍຝ່າຍ

(vovworld)-​​ ​ແຕ່​ວັນ​ທີ 23-25/6,  ຄະນະ​ຜູ້​ແທນ​ລະຫວ່າງ​ຂະ​ແຫນງ​ຂອງ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ບູ່​ຍ​ແທນ​ເຊີນ ນຳ​ນຫ້າ ​ໄດ້​ໄປ​ຢ້ຽມຢາມ​ອັກ​ຊັງ​ຕີນ ​ເພື່ອ​ຊອກ​ຮູ້​ບົດຮຽນ​ໃນ​ການ​ເຈລະຈາ​ຫລາຍ​ຝ່າຍ ພ້ອມ​ທັງ​ດຳ​ເນີນ​ວາລະ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ. ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູ່​ຍ​​ແທນ​ເຊີນ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ຄູ່​ຕຳ​ແຫນ່​ງອັກ​ຊັງ​ຕີນ Eduardo Antonio Zuain ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​​ໂທລະ​ຄົມ ​ແລະ ລັດຖະມົນຕີ​ແຜນການ ​- ການ​ລົງທຶນ​, ລັດຖະມົນຕີ​ເສດຖະກິດ - ການ​ເງິນ ອັກ​ຊັງ​ຕີນ. ທີ່​ວາລະ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ ​ແລະ ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຖື​ວ່າ: ຫວຽດນາມ ​ແລະ ອັກ​ຊັງ​ຕີນ ມີ​ຄວາມ​ສາມ​ບາດ​ບົ່ມຊ້ອນ​ຫລາຍ​ຢ່າງ​ເພື່ອ​ພັດທະນາ​ການ​ຮ່ວມ​ມື. ຝ່າຍ ອັກ​ຊັງ​ຕີນ ສະ​ແດງ​ຄວາມ​​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ ​ແລະ ບາງ​ຂົງ​ເຂດ​ທີ່​ອັກ​ຊັງ​ຕີນ​ມີ​ທ່າ​ແຮງ.

 

ຕອບກັບ

ຂ່າວ/ບົດ​ອື່ນ