ຫວຽດນາມແລະອັງກິດຊຸກຍູ້ການກະກຽມໃຫ້ແກ່ການພົວພັນດ້ານການຄ້າພາຍຫຼັງ Brexit

(VOVWORLD) -ໃນລະຫວ່າງວັນທີ 14 – 15 ມັງກອນ, ໃນວາລະເຮັດວຽກທີ 2 ຂອງຄະນະປະຕິບັດງານກ່ຽວກັບການເຈລະຈາດ້ານການຄ້າ ແລະ ການລົງທຶນຫວຽດນາມ - ອັງກິດ, ໄດ້ດຳເນີນຢູ່ນະຄອນຫຼວງ ລອນດອນ, ລາຊະອານາຈັກອັງກິດ.

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ເຈິ່ນກວັກແຄ໊ງ ແລະ ທ່ານນາງ Vivian Life, ຫົວໜ້າພາກສ່ວນເຈລະຈາອາຊີ ແລະ ອົດສະຕາລີ, ສັງກັດກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ, ເປັນປະທານຮ່ວມ.

        ທີ່ບັນດາການເຮັດວຽກ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການກ່ຽວກັບບັນດາການເຈລະຈາຂອງອັງກິດ ທີ່ກ່ຽວຂ້ອງເຖິງເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ແລະ ແລກປ່ຽນທັດສະນະກ່ຽວກັບບັນດາທິດທາງຮ່ວມມື ເພື່ອແນໃສ່ຮັກສາ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງຫວຽດນາມ ແລະ ອັງກິດ ໃນໄລຍະຈະມາເຖິງ.

        ປະຈຸບັນ, ອັງກິດ ຢືນອັນດັບທີ 15 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນພວມມີໂຄງການລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ