ຫວຽດນາມແລະອົດ ສະຕາລີເຊັນສັນຍາ ໜູນຊ່ວຍກົດໝາຍອາຍາ


ຫວຽດນາມແລະອົດ ສະຕາລີເຊັນສັນຍາ ໜູນຊ່ວຍກົດໝາຍອາຍາ - ảnh 1
(ພາບ : Đỗ Vân/Vietnam+)

(vovworld)- ວັນ​ທີ 2/7, ຢູ່​ຊິດ​ນີ ປະ​ເທດ​ອົດ​ສະ​ຕາ​ລີ, ຫວຽດນາມ ​ແລະ​ ອົດ​ສະ​ຕາ​ລີ​ ​ໄດ້ເຊັນ​ສັນຍາ​ໜູນ​ຊ່ວຍ​ກົດໝາຍ​ອາຍາ ຊື່​ງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ກົດໝາຍ​ລະຫວ່າງ​ສອງ​ປະ​ເທດ. ການ​ເຊັນ​ສັນຍາ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ອົດ​ສະ​ຕາ​ລີ​ ແຕ່​ວັນ​ທີ 1-7/7 ຂອງ​ຄະນະຜູ້​ແທນ​ຂັ້ນສູງ​ອົງການ​ໄອ​ຍະ​ການ ປຊຊ ສູງ​ສຸດ​ຫວຽດນາມ ​ໂດຍ​ທ່ານ​ຫົວໜ້າ​ຫງວຽນ​ຮ່ວາ​ບິ່ງ ​ນຳ​ໜ້າ.

  ສັນຍາ​ໜູນ​ຊ່ວຍ​ກົດໝາຍ​ອາຍາຫວຽດນາມ-​ອົດ​ສະຕາ​ລີ ຖືກ​ຖື​ວ່າ ​ແມ່ນ​ຂອບກົດໝາຍ​ສຳຄັນ, ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ຝ່າຍ​ຮ່ວມ​ມື​ກັນ​ຢ່າງ​ມີ​ປະ​ສິດທິ​ຜົນ​ກ່ວາ​ໃນ​ການ​ຕໍ່ສູ້, ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ພິ​ເສດ​ແມ່ນ​ອາດຊະຍາ​ກຳ​ຂ້າມ​ຊາດ. ສັນ​ຍາ​ມີ​ບັນດາ​ຂໍ້​ມາດຕາ​ລະອຽດ, ກຳນົດ​ກ່ຽວ​ກັບ​ຂອບ​ເຂດ​ການ​ໜູນ​ຊ່ວຍ, ຂໍ້​ອ້າງ​ອີງ​ປະຕິ​ເສດ, ​ໂຈະ​ການ​ໜູນ​ຊ່ວຍ, ​ເນື້ອ​ໃນ​ເອກະສານ​ຮຽກຮ້ອງ​ການ​ໜູນ​ຊ່ວຍ…. ສັນຍາ​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດຢ່າງ​ລະອຽດ, ປະກອບສ່ວນ​ເຮັດ​ໃຫ້​ “ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ“ ​ລະຫວ່າງ​ສອງ​ປະ​ເທດ ອຸດົມສົມບູນ​ຂຶ້ນ​ຕື່ມ ຊື່​ງການ​ນຳ​ສອງ​ປະ​ເທດ​ໄດ້​ກຳນົດ./.

ຂ່າວ/ບົດ​ອື່ນ