ຫວຽດນາມແລະອິນເດຍມີພື້ນຖານທີ່ດີເພື່ອເປີດກ້ວາງການຮ່ວມມືກ່ວາອີກ

ຫວຽດນາມແລະອິນເດຍມີພື້ນຖານທີ່ດີເພື່ອເປີດກ້ວາງການຮ່ວມມືກ່ວາອີກ - ảnh 1

(ພາບປະກອບ)

(vovworld) – “ຫວຽດນາມ ​ແລະ​ ອິນ​ເດຍ ມີ​ພື້ນຖານທີ່​ດີ​ເພື່ອ​​ເປີດ​ກ້ວາງ​ການ​ຮ່ວມ​ມື​ກ່ວາ​ອີກ” ນັ້ນ​ແມ່ນ​ຄຳ​ຢືນ​ຢືນ​ຂອງ​ທ່ານ ​ໂຕນ​ຊິງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ທີ່​ການ​ໂອ້​ລົມ, ພົບ​ປະກັບ​ວົງ​ການ​ນັກ​ຂ່າວ​ຕ່າງປະ​ເທດ ​ແລະ ປະ​ເທດ​ປະຈຳ​ຖິ່ນ​ກ່ຽວ​ກັບ​ການ​ພັດທະນາ​ຂອງ ຫວຽດນາມ ກໍ່​ຄື​ສາຍ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ອິນ​ເດຍ ​ແລະ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ໂຕນ​ຊິງ​ແທ່ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ຂະຫຍັນ​ຂັນ​ເຄື່ອນ ພາຍຫລັງ 30 ປີ​ດຳ​ເນີນ​ການ​ປ່ຽນ​ໃໝ່ ​ແລະ ປະຕິບັດ​ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ສ່ວນ ອິນ​ເດຍ ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່ ມີ​ລະດັບ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ ​ແລະ ສືບ​ຕໍ່​ພັດທະນາ ດ້ວຍ​ລາຄາ​​ເຊື້ອ​ເພິ​ງ, ວັດຖຸ​ດິບ​ຫລຸດ​ລົງ, ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃນ​ຫລາຍ​ແຜນການ ​ແລະ ຂໍ້​ລິ​ເລີ່​ມປະຕິ​ຮູບ. ດັ່ງ​ນັ້ນ ບັນດາ​ຜົນງານ​ເຊິ່ງ ອິນ​ເດຍບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ ພ້ອມ​ກັບ​ການ​ພົວພັນ​ທາງ​ການ​ທູດ​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ອິນ​ເດຍ ຈະ​ສ້າງ​ພື້ນຖານ​ທີ່ດີ ​ເພື່ອ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ​ແລະ​ກໍ່​ໃນ​ການ​ພົບ​ປະ​ແລກປ່ຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂຕນ​ຊິງ​ແທ່ງ ​ໄດ້​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ກ່ຽວ​ກັບ​ຫລາຍ​ບັນຫາ, ​ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ການ​ພົວພັນ​ຮ່ວມ​ມື ອິນ​ເດຍ - ຫວຽດນາມ ​ແລະ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ ​ເຄົາລົບ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນ​ຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍວ່າ​ດ້ວຍທະ​ເລ (UNCLOS) ປີ 1982, ຕາມ​ນັ້ນ​ແລ້ວ ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້ກຳລັງ​ຂອງ​ກອງທັບ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ.

 

ຂ່າວ/ບົດ​ອື່ນ