ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືໃນຂົງເຂດກວດສອບແຫ່ງລັດ

ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືໃນຂົງເຂດກວດສອບແຫ່ງລັດ - ảnh 1
ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: Vietnamplus)

 (vovworld)-​​​ ​ວັນ​ທີ 8/9, ຢູ່ New Delhi ປະ​ເທດ​ອິນ​ເດຍ, ທ່ານ ​ຫງວຽນ​ຫືວ​ວ້ານ ຫົວ​ໜ້າ​ອົງ​ການກວດ​ສອບ​ແຫ່ງ​ລັດຫວຽດ​ນາມ​ ໄດ້​ເຮັດ​ວຽກ​ກັບ ທ່ານ Shashi Kant Sharma ຫົວ​ໜ້າ​ອົງ​ການກວດ​ສອບ ແລະ ກວດ​ກາແຫ່ງ​ລັດ​ອິນ​ເດຍ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ຍຸດ​ທະ​ສາດ​ພັດ​ທະ​ນາ, ​ການເຄື່ອນ​ໄຫວ​​ຮ່ວມ​ມື 2 ຝ່າຍ ແລະ ສາ​ກົນ. ທີ່​ການ​ເຮັດ​ວຽກ, ທ່ານ​ຫງວຽນ​ຫືວ​ວ້ານ ຫົວ​ໜ້າ​ອົງ​ການກວດ​ສອບ​ແຫ່ງ​ລັດຫວຽດ​ນາມ ໃຫ້​ຮູ້​ວ່າ: ຝ່າຍ​ຫວຽດ​ນາມ​ ​ສົນ​ໃຈ​ເລື່ອງຊອກ​ຮູ້​ຮູບ​ແບບ​ການ​ຈັດ​ຕັ້ງ​ບຳ​ລຸງ​ສ້າງ​ພະ​ນັກ​ງານກວດ​ສອບ ຂອງ​ອິນ​ເດຍ ແລະ ສະ​ເໜີ​ໃຫ້​ ອິນ​ເດຍ ສະ​ໜັ​ບ​ສະ​ໜູນ​ຫວຽດ​ນາມ​​ເປັນ​ເຈົ້າ​ພາບຈັດ​ຕັ້ງກອງ​ປະ​ຊຸມ​ໃຫ​ຍ່​​​ອົງ​ການກວດ​ສອບ​ສູງ​ສຸດ​ຂອງ​ອາ​ຊີ(ASOSAI) ຄັ້ງ​ທີ 14 ໃນ​ປີ 2018. ສ່ວນ​ທ່ານ Shashi Kant Sharma ຫົວ​ໜ້າ​ອົງ​ການກວດ​ສອບ ແລະ ກວດ​ກາແຫ່ງ​ລັດ​ອິນ​ເດຍ ໃຫ້​ຮູ້​ວ່າ: ຈະ​ຊ່ວຍ​ ຫວຽດ​ນາມ ​ບຳລຸງ​ສ້າງພະ​ນັກ​ງານກວດ​ສອບ, ຍົກ​ສູງວິ​ຊາ​ສະ​ເພາະ, ບຳ​ລຸງກອມ​ພິວ​ເຕີ, ຄຸ້ມ​ຄອງ​​ລັດ ແລະ ສະ​ແດງ​ຄວາມ​ປາດ​ຖະ​ໜາວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ ລະ​ຫວ່າງ 2 ອົງ​ການກວດ​ສອບ​ແຫ່​​ງລັດ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ​ມີປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ