ຫວຽດນາມແລະອາຟຣິກາໃຕ້ຊຸກຍູ້ການຮ່ວມມືໃນຂົງເຂດຂົນສົ່ງທາງທະເລ

ຫວຽດນາມແລະອາຟຣິກາໃຕ້ຊຸກຍູ້ການຮ່ວມມືໃນຂົງເຂດຂົນສົ່ງທາງທະເລ - ảnh 1
ສະຖານທູດ ຫວຽດນາມ ປະຈຳ ອາ​ຟຣິກາ ຈັດ​ຕັ້ງ​ເວທີ​ປາ
ໄສ​ຊຸກຍູ້​ການ​ຮ່ວມ​ມື ຫວຽດນາມ - ອາ​ຟຣິກາ​ໃຕ້
(ພາບ: vietnam+)

(vovworld) – ​ ​ ວັນ​ທີ 19/04, ຢູ່ Pretoria ສະຖານທູດ ຫວຽດນາມ ປະຈຳ ອາ​ຟຣິກາ ຈັດ​ຕັ້ງ​ເວທີ​ປາ​ໄສ​ຊຸກຍູ້​ການ​ຮ່ວມ​ມື ຫວຽດນາມ - ອາ​ຟຣິກາ​ໃຕ້ ​ໃນ​ຂົງ​ເຂດ​ຂົນ​ສົ່ງ​ທາງ​ທະ​ເລ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ ​ເລ​ຮີຮ່ວາງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ຟຣິກາ​ໃຕ້ ​ໃຫ້​ຮູ້​ວ່າ:ປະຈຸ​ບັນການ​ແລ​ກປ່ຽນ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອາ​ຟຣິກາ ບັນລຸ 1,2 ຕື້ USD ​ແຕ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື 2 ຝ່າຍຍັງ​ໃຫຍ່​ຫລວງຢູ່ ​ແລະ ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ໄດ້​ສ່ວນ​ໜຶ່ງ ​ຍ້ອນຄວາມຫຍຸ້ງຍາກ​ກ່ຽວ​ກັບຄ່າ​ໃຊ້​ຈ່າຍ​ຂົນ​ສົ່ງ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລຮຸຍ​ຮ່ວາງ ​ໄດ້​ກ່າວ​ສະ​ແດງ​ການສົ່ງ​ເສີມ​ວິ​ສາ​ຫະກິດ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ 2 ປະ​ເທດ ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂົນ​ສົ່ງມອບ​ຮັບສິນຄ້າ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ ຫວຽດນາມ ປະຈຳ ອາ​ຟຣິກາ ກໍ່ຈັດ​ຕັ້ງການ​ໂຄສະນາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ​ສົ່ງ​ອອກ​ຫລາຍ​ປະ​ເພດຂອງ ຫວຽດນາມ, ​ໃນ​ນັ້ນ​ມີ ກາ​ເຟຈູງ​ງວຽ​ນ, ປາຈາ ​ແລະ ​ເຂົ້າ​ຫອມສົ່ງ​ອອກຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ