ຫວຽດນາມແລະອາເມລິກາຄວນສືບຕໍ່ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

(VOVWORLD) -ອາເມລິກາ ຖືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນບຸລິມະສິດໃນການພົວພັນກັບຫວຽດນາມ ພ້ອມກັບບັນດາບຸລິມະສິດອື່ນໆ

ເນື່ອງໃນໂອກາດຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະ  ທາດພິດເຄມີພາຍຫຼັງສົງຄາມ (ຫຼື ເອີ້ນຫຍໍ້ວ່າ ຄະນະຊີ້ນຳ 701) ໄດ້ສົມທົບກັບສະຖາບັນສັນຕິພາບອາເມລິກາ (USIP) ກະກຽມຈັດກອງປະຊຸມສຳມະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງໄກ່ເກ່ຍປ່ອງດອງ ແລະ ການຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະ ອາເມລິກາ” ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳອາເມລິກາ ໄດ້ສຳພາດທ່ານ Timothy Lieser, ທີ່ປຶກສາຂັ້ນສູງກຳມາທິການດ້ານລາຍຈ່າຍງົບປະມານສະພາສູງອາເມລິກາ, ຜູ້ຊ່ວຍວຽກນະໂຍບາຍການຕ່າງປະເທດຫ້ອງວ່າການສະມາຊິກລັດຖະສະພາສູງ Patrick Leahy.

        ຕາມທ່ານ Timothy Lieser ແລ້ວ, ປະຈຸບັນ, ຍັງມີວຽກງານຫຼາຍຢ່າງຕ້ອງປະຕິບັດ ແລະ ທັງ 2 ຝ່າຍຄວນມານະພະຍາຍາມຮ່ວມມື ເພື່ອແນໃສ່ຊຸກຍູ້ບັນດາໂຄງການໜູນຊ່ວຍຢູ່ຫວຽດນາມ ກວ່າອີກ, ໃນນັ້ນມີໂຄງການແກ້ໄຂທາດພິດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ. ທ່ານ Timothy Lieser ໃຫ້ຮູ້ວ່າ, ອາເມລິກາ ຖືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນບຸລິມະສິດໃນການພົວພັນກັບຫວຽດນາມ ພ້ອມກັບບັນດາບຸລິມະສິດອື່ນໆຄື: ການຄ້າ, ການຮ່ວມມືດ້ານຄວາມໝັ້ນຄົງ, ບັນດາບັນຫາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ເພາະໃນບັນດາການຢ້ຽມຢາມຢູ່ຫວຽດນາມ ໃນຊຸມປີມໍ່ໆມານີ້, ປະທານາທິບໍດີອາເມລິກາ ແລະ ລັດຖະມົນຕີການຕ່າງປະເທດອາເມລິກາ ຫຼາຍທ່ານລ້ວນແຕ່ເຕື້ອງເຖິງບັນຫາດັ່ງກ່າວ ແລະ ສິ່ງສຳຄັນທີ່ສຸດແມ່ນ ອາເມລິກາ ຈະສືບຕໍ່ສົມທົບກັນ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນເພື່ອຊ່ວຍເຫຼືອຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ