ຫວຽດນາມແລະອາເມລິກາຮ່ວມມືໃນບັນດາໂຄງການຫລຸດຜ່ອນການນາບຂູ່ດ້ານຊີວະພາບ

ຫວຽດນາມແລະອາເມລິກາຮ່ວມມືໃນບັນດາໂຄງການຫລຸດຜ່ອນການນາບຂູ່ດ້ານຊີວະພາບ - ảnh 1
(ຫວຽດນາມແລະອາເມລິກາຮ່ວມມືໃນບັນດາ
ໂຄງການຫລຸດຜ່ອນການນາບຂູ່ດ້ານຊີວະພາບ)

(vovworld) – ​ ຫວຽດນາມ​ ແລະ​ ອາ​ເມ​ລິ​ກາ​ ຮ່ວມ​ມື​ໃນ​ບັນດາ​ໂຄງການຫລຸດ​ຜ່ອນການ​ນາບ​ຂູ່ດ້ານ​ຊີວະ​ພາບ ບົດ​ບັນທຶກ​ຊ່ວຍ​ຈຳ​ນີ້ ​ໄດ້​ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ທ່ານ Ted Osius ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງສະຫະ​ລັດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ທີ່ລົງ​ນາມ​ໃນ​ວັນ​ທີ 22/06 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຖື​ວ່າ: ປະ​ຈຸ​ບັນບັນຫາ​ຄວາມປອດ​ໄພ​ດ້ານ​ຊີວະ​ພາບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ສາກົນ ​ເພື່ອ​ແນ​ໃສ່​ຫລຸດລົງໄພ​ເກີດ ​ແລະ ​ຕິດ​​ແປດ​ໂລກພະຍາດ​ໂດຍ​ຜ່ານ​ການ​ພົວພັນ​ລະຫວ່າງສັດ, ພືດ ​ແລະ ລະບົບ​ຊີວະ​ພາບ. ພາຍຫລັງ​ບົດ​ບັນທຶກ​ຊ່ວຍ​ຈຳ​ນີ້ 2 ຝ່າຍ​ສາມາດ​ມີ​ບາດກ້າວ​ໃຫຍ່​ກ່ວາ​ອີກ​ ​ເພື່ອ​ແນ​ໃສ່ພົບ​ເຫັນ, ສະ​ກັດ​ກັ້ນ​ບັນດາ​ພະຍາດ​ທີ່​ເກີດ​​ໃໝ່​ໃນ​ອະນາຄົດ ບໍ່ພຽງ​ແຕ່​ສຳລັບ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ທົ່ວ​ໂລກ​ອີກ​ດ້ວຍ. ທ່ານ ກາວ​ດຶກ​ຟາດ ​ໃຫ້​ຮູ້​ວ່າ:

        “​ເພື່ອ​ສ້າງພື້ນຖານ​ນິຕິ​ກຳ​ຢ່າງໝັ້ນຄົງ, ຍາວ​ນານ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມມື​ລະຫວ່າງ 2 ລັດຖະບານ, 2 ຝ່າຍ​​ເຫັນ​ວ່າ: ຈຳ​ເປັນຕ້ອງ​ລົງ​ນາມ​​​ໃນເອກະສານຮ່ວມ​ມື​ສະບັບ​ໜຶ່ງ​ ​ເພື່ອ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ອະນາຄົດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ: ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດັ່ງ​ກ່າວ ຈະ​ເປັນ​ພື້ນ​ຖານ ​ເພື່ອ​ໃຫ້ 2 ຝ່າຍ​ມີ​ການ​ຮ່ວມ​ມື​ຫລາຍ​ກ່ວາ​ອີກ​ໃນ​ອະນາຄົດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius ​ເນັ້ນ​ໜັກ​ວ່າ: ບົດບັນທຶກ​ຊ່ວຍ​ຈຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ຊຸກຍູ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕິດຕາມ​ກວດກາ​ພະຍາດ​ໃຫ້​ສັດ​ໃນ​ຂົງ​ເຂດສັດຕະວະ​ແພດ ​ແລະ ຕິດ​ຕາມ​ ​ພະຍາດ​ທີ່ເກີດ​ໃໝ່ ດ້ວຍ​ຈຸດໝາຍ​ສຸດ​ທ້າຍ​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສຸຂະພາບ​​ໃຫ້​ປະຊາຊົນ ຫວຽດນາມ ​ແລະ ລຸ້ນຄົນ​ໃນອະນາ​ຄົດ.

ຂ່າວ/ບົດ​ອື່ນ