ຫວຽດນາມແລະອາເມລິກາເຊັນຂໍ້ຕົກລົງກ່ຽວກັບການຂາຍກຸ້ງບຸບລາຄາ

ຫວຽດນາມແລະອາເມລິກາເຊັນຂໍ້ຕົກລົງກ່ຽວກັບການຂາຍກຸ້ງບຸບລາຄາ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 18/7, ທີ່​ນະຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ, ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ໄດ້​ເຊັນ​ຂໍ້​ຕົກລົງ​ກັບ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ​ແລະ ຕາງໜ້າ​ການ​ຄ້າ ອາ​ເມ​ລິ​ກາ (USTR) ກ່ຽວຂ້ອງ​ເຖິງ​ການຈັດ​ວາງ​ພາສີ​ຕ​້ານການ​ຂາຍບຸບລາຄາ​ຂອງ ອາ​ເມ​ລິ​ກາ ສຳລັບ​ຜະລິດ​ຕະພັນ​ກຸ້ງ​ນຳ​ເຂົ້າ​ຈາກ ຫວຽດນາມ. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ບັນລຸ​ໄດ້​ມາດ​ຕະການ 2 ຝ່າຍ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຂັດ​ແຍ​້ງກັນ​ໃນ 2 ກໍລະນີ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ອົງ​ການ​ການ​ຄ້າ​ໂລກ (WTO)  ​ແມ່ນ​ກໍລະນີ DS404 ​ແລະ DS429 (ຫວຽດນາມ​ ຟ້ອງ​ຮ້ອງ ອ​າ​ເມ​ລິ​ກາ ລະ​ເມີດ​ບັນດາ​ຂໍ​້ກຳນົດ​ຂອງ WTO ​ເມື່ອ​ຈັດ​ວາງ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ສຳລັບ​ຜະລິດ​ຕະພັນ​ກຸ້ງ​ຂອງ ຫວຽດນາມ).

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 20/5/2016, ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ ຫວຽດນາມ, ກະຊວງ​ການ​ຄ້າ ອ​າ​ເມ​ລິ​ກາ (DOC) ​ໄດ້​ຜັນ​ຂະຫຍາຍ​​ບັນດາເອກະສານ​ເພື່ອ​ປະຕິບັດ​ຄຳ​ຕັດສິນ​ຂອງ WTO. ຕາມ​ນັ້ນ​ແລ້ວ, DOC ​ໄດ້​ປະກາດ​ຄຳ​ສະຫລຸບ​​ໃນ​ເບື້ອງ​ຕົ້ນ​ເພື່ອ​ປັບປຸງ​ລະ​ດັບ​ການ​ຂາຍ​ບຸບລາຄາ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ກຸ່ມ​ບໍລິສັດ ສິນ​ໃນ​ນ້ຳ ມີ​ງຟູ ​ແລະ ພິຈາ​ລະ​ນາ​ຍົບ​ເລີກ​ການຈັດ​ວາງ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ໃຫ້ ມີ​ງຟູ.

        ຝ່າຍ ຫວຽດນາມ ຊົມ​ເຊີຍ​ຈິດ​ໃຈ​ສ້າງສັນ, ​ເຈດ​ຕະນາ​ດີ ​ແລະ ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂຂອງ​ຝ່າຍ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ