ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ

ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ - ảnh 1
ທ່ານ ຟ້າ​ມບີ​ງມີ​ງ ຮອງ​ນາຍົກ​ລັດຖະມົນຕີ
ຕ້ອນຮັບ​ທ່ານ Antony Blinken
(ພາບ: VGP/HaiMinh)

 (vovworld) - ​ ວັນ​ທີ 21/04, ທ່ານ ຟ້າ​ມບີ​ງມີ​ງ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Antony Blinken ຮອງລັດຖະມົນຕີຜູ້​ທີ 1 ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຟ້າ​ມບີ​ງມີ​ງ ​ແລະ ທ່ານ Antony Blinken ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດຕະການ ​ເພື່ອ​​ແນ​ໃສ່​ຊຸກຍູ້​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ການ​ສົມທົບ​ກັນ​ລະຫວ່າງກະຊວງ​ການ​ຕ່າງປະ​ເທດຂອງ 2 ປະ​ເທດ ຈັດ​ຕັ້ງ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Barack Obama ​ໃນ​ເດືອນ 5 ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ສະ​ເໜີ ອາ​ເມ​ລິ​ກາ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນກັບ ຫວຽດນາມ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ  ຮັບ​ໃຊ້ຜົນ​ປະ​​ໂຫຍດ​ຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ຢືນຢັນ​ຄືນ​ໃໝ່​ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ສຳລັບ​ການ​ໃຫ້​ສັດຕະຍາບັນ ​ແລະ ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ສ່ວນ​ທ່ານ ຮອງ​ລັດຖະມົນຕີ Antony Blinken ​ໃຫ້​ຮູ້​ວ່າ: ​ໂດຍ​ຜ່ານ​ການ​ຢ້ຽມຢາມ ຫວຽດນາມ ທີ່ຈະ​ມາ​ເຖິງ ທ່ານ​ປະທານາທິບໍດີ Obama ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ແລະ ​​ເພີ່ມ​ທະວີ​ຄວາມເຂົ້າ​ອົກ​ເຂົ້າ​ໃຈ​​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ຊາວ ຫວຽດນາມ ກ່ວາ​ເກົ່າ. ທ່ານ Antony Blinken ​ເນັ້ນ​ໜັກ​ວ່າ: ອາ​ເມລິ​ກາ ຈະ​ສືບ​ຕໍ່​ສົມທົບ​ກັບ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ສຶກສາ - ບຳລຸງ​ສ້າງ, ຄວາມ​ໝັ້ນຄົງ​ໃນ​ການ​ເດ​ີນທະ​ເລ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ. ທ່ານ Antony Blinken ຕີ​ລາຄາ​ສູງ​ການ​ຕັດສິນ​ໃຈ​ຂອງ ຫວຽດນາມ ​ໃນ​ການ​ເຈລະຈາ ​ແລະ ສົ່ງ​ເສີມ​ໂດຍ​ຜ່ານ​ສັນຍາ TPP.


ຂ່າວ/ບົດ​ອື່ນ