ຫວຽດນາມແລະຮຸງກາຣີເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມແລະຮຸງກາຣີເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
ທ່ານ​ນາງ ເຈືອງ​ທິ​ມາຍ, ກຳ​ມະ​ການ​ກົມ​ການ​ເມືອງຕ້ອນ​ຮັບ​ທ່ານ Gergely Gulya, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 16/1 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ເຈືອງ​ທິ​ມາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ຫນ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ຕ້ອນ​ຮັບ​ທ່ານ Gergely Gulya, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ ທັງ​ເປັນ​ຮອງ​ປະ​ທານ​ພັກ​ພັນ​ທະ​ມິດ​ພົນ​ລະ​ເມືອງ ຮຸງ​ກາ​ຣີ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທ່ານ​ນາງ ເຈືອງ​ທິ​ມາຍ ຕີ​ລາ​ຄາ​ວ່າ ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ສຳ​ຄັນ, ນຳ​ມາ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ລົມ​ຈິດ​ມິດ​ຕະ​ພາບ​ຂອງ​ປະ​ຊາ​ຊົນ ຮຸງ​ກາ​ຣີ, ສ້າງ​ກຳ​ລັງ​ຫນູນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ນາງ ເຈືອງ​ທິ​ມາຍ​ໃຫ້​ຮູ້​ວ່າ: ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ເພີ່​ມ​ທ​ະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ຮຸງ​ກາ​ຣີ, ຕີ​ລາ​ຄາ​ສູງ​ສັນ​ຍາ​ແມ່​ກ່ຽວ​ກັບ​ດ້ານ​ການ​ເງິນ​ທີ່​ຫາ​ກໍ​ໄດ້​ລົງ​ນາມ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ Gergely Gulya ຕ​ີ​ລາ​ຄາ​ສູງ​ບັນ​ດາ​ບົດ​ຮຽນ​ຂອງ​ຫວຽດ​ນາມ, ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ Gergely Gulya ຢັ້ງ​ຢືນ ຮຸງ​ກາ​ຣີ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ. 


ຕອບກັບ

ຂ່າວ/ບົດ​ອື່ນ