ຫວຽດນາມແລະເຢຍລະມັນຈັດກອງປະຊຸມການບໍລິຫານຍຸດທະສາດຄັ້ງທີ3

ຫວຽດນາມແລະເຢຍລະມັນຈັດກອງປະຊຸມການບໍລິຫານຍຸດທະສາດຄັ້ງທີ3 - ảnh 1
ຫວຽດນາມ ແລະ ເຢຍລະມັນຈັດ
ກອງປະຊຸມການບໍລິຫານຍຸດທະສາດຄັ້ງທີ 3
(ພາບ: tgvn.com.vn)


(vovworld) – ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ​ຍ​ແທງ​ເຊີນ ​ໄດ້​ໄປ​ຢ້ຽມຢາມ​ເຢຍລະ​ມັນ ​ໃນ​ລະຫວ່າງ​ວັນ​ທີ 13 – 14/09 ​ແລະ ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Markus Edere ​ເປັນ​ປະທານ​ກອງ​ປະຊຸມ​ກຸ່ມ​ບໍລິຫານ​ຍຸດ​ທະ​ສາດ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ເຢຍລະ​ມັນ ຄັ້ງ​ທີ 3. ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​​ແລກປ່ຽນ ​ແລະ ຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ ​ແລະ ມາດ​ຕະ​ການ​ຊຸກຍູ້ການ​ຜັນ​ຂະຫຍາຍບັນດາ​ໂຄງການ ​ແລະ ​ແຜນການ​ຮ່ວມ​ມື​ໃຫຍ່ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ບຸລິມະ​ສິດ​ຄື: ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ຍຸດ​ທະ​ສາດ, ການຄ​້າ ​ແລະ ການ​ລົງ​ທຶນ, ການ​ຮ່ວມ​ມື​ພັດທະນ​າ… ເຢຍລະ​ມັນ ຢືນຢັນ​ສືບ​ຕໍ່​ສະໜອງ​ແຫຼ່ງທຶນ​ອຸປະຖຳ​ພັດທະນາ​ໃຫ້​ແກ່​ຫວຽດນາມ ​ໄລຍະ 2015 – 2017, ສຸມ​ໃສ່​ເຂົ້າ​ໃນ 3 ຂົງ​ເຂດ​ໃຫ້​ບຸລິມະສິດ​ແມ່ນ​ພະລັງງານ; ບຳລຸ​ງສ້າງ​ວິຊາ​ຊີບ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​​ແບບ​ຍືນ​ຍົງ; ນະ​ໂຍບາຍ​ສິ່ງ​ແວ​ດລ້ອມ​ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ໝັ້ນຄົງ.

   ຝ່າຍເຢຍລະ​ມັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜັບສະໜູນ​ຫວຽດນາມ ​ເພີ່ມ​ທະວີ​ການພົວພັນ​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ (EU), ໜູ​ນຊ່ວຍ​ຊຸກ​ຍູ້ບັນດາ​ປະ​ເທດ EU ​ໃຫ້​ສັດຕະຍາບັນ​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື (PCA), ສະໜັບສະ​ໜູນ EU ຮັບຮອງ​ຂໍ້​ກຳນົດກົນ​​ໄກ​ເສດຖະກິດການ​​ຕະຫຼາດສຳລັບ​ຫວຽດນາມ ​ໂດ​ຍ​ໄວ.

   ກ່ຽວ​ກັບ​ບັນຫາ​ທະ​ເລຕາ​ເວັນອອກ, ເຢຍລະ​ມັນ ​ໄດ້​ຢືນຢັນ​ຄືນ​ໃໝ່ຫຼັກ​ໝັ້ນ​ຂອງ​ບັນດາ​ປະ​ເທດ EU ​ແລະ ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ອັນ​ດັບ​ໜຶ່ງ (G7), ຄັດ​ຄ້ານການ​ນຳ​ໃຊ້​ອາວຸດ ​ແລະ ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ສະພາບ​ເດີມ, ​ເຮັດ​ໃຫ້ສະພາບ​ການ​ສັບສົນ​ຂຶ້ນ​ຕ່ືມ, ສະໜັບສະ​ໜູນ​ເລື່ອງ​​ແກ້​ໄຂ​ການ​ຂັດ​ແຍ້​ງ​ກັນໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາ​ລົບ​ກົດໝາຍ​ສາກົນ, ສົນທິ​ສັນຍາ​ສະ​ຫະປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶ​ດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

ຂ່າວ/ບົດ​ອື່ນ