ຫວຽດນາມແລະເຢຍລະມັນເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາແລະກໍ່ສ້າງ

ຫວຽດນາມແລະເຢຍລະມັນເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາແລະກໍ່ສ້າງ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
ຕ້ອນຮັບທ່ານ Boris Rhein ​)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 31/05, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບທ່ານ Boris Rhein ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ສິລະ​ປະກຳ ລັດ Hesen ​ແຫ່ງສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ອຳນາດ​ການ​ປົກຄອງ​ລັດ Hesen ສືບ​ຕໍ່​ສະໜອງ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ, ນັກ​ຄົ້ນຄວ້າຢູ່ ລັດ Hesen, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ລັດ Hesen ກັບ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ: 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ວັດທະນະທຳ​ໃນ​ໄລຍະ​ຈະ​ມາ​ເຖິງ; ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ທຳ​ມາ​ຫາ​ກິນ​ເປັນ​ປົກກະຕິ ​ແລະ ​ເຊື່ອມ​ຕົວ​​ເຂົ້າ​ສັງ​ຄົມ​ປະ​ເທດປະຈຳ​ຖິ່ນ​ເປັນ​ຢ່າງ​ດີ.

        ສ່ວນ​ທ່ານ Boris Rhein ​ ກໍ່​ຖື​ວ່າ ຫວຽດນາມ ​ແລະ ​ເຢຍລະ​ມັນ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ຖື​ເປັນ​ສຳຄັນ​ນະ​ໂຍບາຍ​ການກໍ່ສ້າງ ​ແລະ ​ສຶກສາ​ໃຫ້​ໄວ​ໜຸ່ມ, ​ໃຫ້ບຸລິມະສິດ​ກໍ່ສ້າງພະ​ນັກ​ງານ​ຂະ​ແໜງ ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ. ນັ້ນ​ກໍ່​ແມ່ນ​ພື້ນ​ຖານ ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ສ້າງ​ຕັ້ງມະ​ຫາ​ວິທະຍາ​ໄລ​ ຫວຽດນາມ - ​ເຢຍລະ​ມັນ ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ