ຫວຽດນາມແລະແຟງລັງເພີ່ມທະວີການພົວພັນດ້ານນິຕິບັນຍັດ

ຫວຽດນາມແລະແຟງລັງເພີ່ມທະວີການພົວພັນດ້ານນິຕິບັນຍັດ - ảnh 1
​ທ່ານ​ ຟູ​ງກວກ​ຫຽນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ພົບປະກັບ​
ທ່ານ​ນາງ Maria Lohela ປະທານ​ສະພາ​ແຫ່ງ​ຊາດ ​ແຟງ​ລັງ
(ພາບ: TTXVN)

(vovworld) - ​ ​ ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມ ​ແຟງ​ລັງ ​​ແຕ່​ວັນ​ທີ 18 – 21/09, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ ຟູ​ງກວກ​ຫຽນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ນຳ​ໜ້າ, ວັນ​ທີ 20/09, ຄະນະ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ ​ແຟງ​ລັງ. ທີ່​ການ​ພົບປະກັບ​ທ່ານ​ນາງ Maria Lohela ປະທານ​ສະພາ​ແຫ່ງ​ຊາດ ​ແຟງ​ລັງ, ທ່ານ​ຮ​ອງປະທານ​ສະພາ​ແຫ່ງ​ຊາດ ຟູ​ງກວກ​ຫຽນ ​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຊຸກຍູ້, ​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ 2 ອົງການ​ນິຕິບັນຍັດ 2 ປະ​ເທດ​ເວົ້າ​ສະ​ເພາະ​ເລິກ​ເຊິ່ງຂຶ້ນ​ຕື່ມ. ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູ​ງກວກ​ຫຽນ ປາດ​ຖະໜາ​ວ່າ: 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສົມທົບ​ກັນ​ຢູ່​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ​ຄື: ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ ອາຊີ - ​ເອີ​ລົບ (ASEM) ພ້ອມ​ທັງ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ເວົ້າ​ລວມ ​ແລະ ກັບ ​ແຟງ​ລັງ ​ເວົ້າ​ສະ​ເພາະ.

        ສ່ວນ​ທ່ານ​ນາງ Maria Lohela ປະທານ​ສະພາ​ແຫ່ງ​ຊາດ ​ແຟງ​ລັງ ຢືນຢັນ​ວ່າ ​ແຟງ​ລັງ ພ້ອມ​ແລ້ວ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ​, ຊຸດ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ການທູດ​ປະຊາຊົນ.

ຂ່າວ/ບົດ​ອື່ນ