ຫວຽດນາມແລະໂຮນລັງຮ່ວມມືພ້ອມກັບປະຊາຄົມໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມແລະໂຮນລັງຮ່ວມມືພ້ອມກັບປະຊາຄົມໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສົມທົບ​ກັນ​ພັດທະນາ​ສັງ​ລວມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 17/6, ຢູ່​ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສົມທົບ​ກັນ​ພັດທະນາ​ສັງ​ລວມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ສົມທົບ​ກັບ​ສະຖານ​ທູດ ​ໂຮນລັງ ປະຈຳ​ຫວຽດນາມ ຈັດ​ຕັ້ງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ຊີ້​ແຈ້ງ​ທັດສະນະ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ, ​ໃນ​ນັ້ນ​ສຸມ​ໃສ່​ລົງທຶນ​ຢ່າງ​ມີ​ຈຸດ​ສຸມ​​ເຂົ້າ​ໃນ​ບາງ​ຂົງ​ເຂດ​ມີ​ທ່າ​ໄດ້​ປຽບ​.​ ທ່ານ​ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ:

    “ຕາງໜ້າ​ໃຫ້​ລັດຖະບານ ຫວຽດນາມ, ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ ​ແລະ ຂໍ​ຂອບ​ອົກ​ຂອບ​ໃຈການ​ຊ່ວຍ​ເຫຼືອ​ຂອງລັດຖະບານ ​ໂຮ​ນລັງ, ຂອງ​ທະນາຄານ​ໂລກ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ສະ​ຫງວນ​ໃຫ້ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ຫວຽດນາມ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ ສືບ​ຕໍ່​ໜູນ​ຊ່ວຍ​ໃນ​ບັນດາ​ຄວາມ​ມານ​ະພະຍາຍາມ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ແກ່ ຫວຽດນາມ ​ເວົ້າ​ລວມ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ເວົ້າ​ສະ​ເພາະ. ລັດຖະບານ​ ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້ທຶນ ODA ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ໃຫ້ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ, ປະກອບ​ທຸກ​ແຫຼ່ງກຳລັງ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ການ​ໜູນ​ຊ່ວຍ​ຂອງ​ນັກ​ອຸປະຖຳ​ໃຫ້​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ ​ຢ່າງ​ມີ​ປະສິດທິ​ຜົນ.”

    ສ່ວນ​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte, ​ເນັ້ນ​ໜັກ​ວ່າ:

    “ປະຈຸ​ບັນ​ແມ່ນ​ຈຸ​ດ​ເວລາ​ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ. ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ວ່າ: ຄຳ​ຮຽກຮ້ອງ​ສ້າງ​ຂອບ​ເຂດ​ການ​ພັດທະນາ​ຢ່າງ​ແຮງ​ຄື​ໄດ້​ວາງອອກ​ໃນ​ຖະ​ແຫຼ​ງການ​ຂອງ​ບັນດາ​ຝ່າຍ​ຄູ່​ຮ່ວມ​ມື ຕິ​ດພັນ​ກັບ​ວິ​ໄສ​ທັດ​ການ​ພັດທະນາ​​ໃນ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ແບ່ງປັນ​ຄວາມ​ເຂົ້າ​ອົກ​​ເຂົ້າ​ໃຈ ​ແລະ ຄວາມ​ຮູ້​ເລິກ​ເຊິ່ງຂອງ​ຕົນ​ກັບ​ບັນດາ​ເຂດ​ທົ່ງພຽງອື່ນ​ໃນ​​ໂລກ, ​ໃນ​ນັ້ນ​ມີ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ. ພວກ​ເຮົາ​ພ້ອມ​ກັນຮ່ວມ​ມື​ເພື່ອອາດ​ຈະຫັນ​ທິດ​ສະ​ດີ​ເປັນ​ພຶດຕິ​ກຳ​ຕົວ​ຈິງ​ເພື່ອ​​ໃຫ້ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມພັດທະນາ​ແບບ​ຍືນ​ຍົງ.”



ຂ່າວ/ບົດ​ອື່ນ