ຫວຽດນາມແລະໂຮນລັງເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມຮອບດ້ານ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ນຳຫນ້າຄະນະຜູ້ແທນຂັ້ນສູງ ໂຮນລັງ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 9 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ໂຮນລັງ.

ຫວຽດນາມແລະໂຮນລັງເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມຮອບດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ທີ່ກອງປະຊຸມຖະແຫລງຂ່າວ (ພາບ: VGP)

ທີ່ກອງປະຊຸມຖະແຫລງຂ່າວພາຍຫລັງການເຈລະຈາ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໃຫ້ຮູ້ວ່າ: ຫວຽດນາມ ແລະ ໂຮນລັງ ເປັນເອກະພາບນຳກັນ ຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມມືຮອບດ້ານ. ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ດ້ວຍຄວາມປາດຖະຫນາຢາກນຳການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ຫວຽດນາມແລະ ໂຮນລັງ ເຫັນດີ ຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມມືຮອບດ້ານ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍການຕົກລົງນີ້ ການພົວພັນອັນດີງາມລະຫວ່າງສອງຝ່າຍຈະສືບຕໍ່ພັດທະນາຢ່າງແຮງໃນບັນດາຂົງເຂດ.”

ຕອບກັບ

ຂ່າວ/ບົດ​ອື່ນ