ຫວຽດນາມແລະໄທກຽມສ້າງຕັ້ງໂທລະສັບສາຍດ່ວນສ້າງເງື່ອນໄຂໃຫ້ການເຄື່ອນໄຫວຫາປາ

ຫວຽດນາມແລະໄທກຽມສ້າງຕັ້ງໂທລະສັບສາຍດ່ວນສ້າງເງື່ອນໄຂໃຫ້ການເຄື່ອນໄຫວຫາປາ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຝ່າຍ

Vovworld - ໂດຍ​ປະ​ຕິ​ບັດ​​ຕາມການ​ຊີ້​ນຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານ​ປະ​ສົມ ຫວຽດ​ນາມ - ໄທ ເພື່ອຈຳ​ກັດ ແລະ ຕ້ານ​ການ​ຫາປາ​ຢ່າງ​​ຜິດ​ກົດ​ໝາຍ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ແລະ ສິນ​ໃນ​ນ້ຳ​ກັບ ໄທ, ຄະ​ນະ​ປ​ະ​ຕິ​ບັດ​ງານ ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວູ​ວັນ​ຕ໋າມ ໄດ້​ໄປ​ເຮັດ​ວຽກ​ຢູ່​ໄທ ແຕ່​ວັນ​ທີ 10 – 14/1. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັ​ນ​ເ​ອ​ກະ​ພາບ​ບາງ​ບັນ​ຫາ​ສຳ​ຄັນ​ຄື: ຕົກ​ລົງ​ສ້າງ​ຕັ້ງ​ໂທ​ລະ​ສັບ​ສາຍ​ດ່ວນ​ໃນ​ການ​ເຄື່ອນ​ໄຫວ​​ຫາ​ປາ​ລະ​ຫວ່າງ 2 ປະ​ເທດໂດຍ​ໄວ, ຊ້າ​ສຸດ​ແມ່ນ​ໃນ​ໄຕ​ມາດ​ທີ I ປີ 2016, ສືບ​ຕໍ່​ຮ່ວມ​ມື​ໃນ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​​ເຊື້ອພະ​ຍາດ​ສິນ​ໃນ​ນ້ຳ ແລະ ໃນ​ການ​ລ້ຽງ​ປູກ, ຄຸ້ມ​ຄອງ​ຄຸນ​ນະ​ພາບ, ສ້າງລະ​ບົບ​ມາດ​ຕ​ະ​ຖານ​ສິນ​ຄ້າ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ… ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວູ​ວັນ​ຕ໋າມ, ໃຫ້​ຮ​ູ້​ວ່າ:

        “ຝ່າຍ ຫວຽດ​ນາມ ໄດ້​ມອບ​ໃຫ້​ກົມ​ໃຫຍ່​ສິນ​ໃນ​ນ້ຳ​ເປັນ​ຜູ້​ຮັບ​ຜິດ​ຊອບ​ເພື່ອ​ປ​ຶກ​ສາ​ຫາ​ລື​ກັບ​ໄທ ​ແນ​ໃສ່​ສ້າງ​ຕັ້ງ​ໂທ​ລະ​ສັບ​ສາຍ​ດ່ວນ. 2 ຝ່າຍ​ໄດ້​​ຍົກ​ອອກ​ຮ່າງ​ເອ​ກະ​ສານເພື່ອ​ຂໍ​ຄຳ​ເຫັນ​ຈາກ​ບັນ​ດາ​ກະ​ຊວງ - ຂະ​ແໜງ​ການ. ຝ່າຍ​ໄທ ກໍໄດ້ມອບ​ໃຫ້​ກົມ​ໃຫຍ່​ສິນ​ໃນ​ນ້ຳ ໄທ ຮັບ​ຜິດ​ຊອບ​ເພື່ອ​ສ້າງ​ຕັ້ງ​ໂທ​ລະ​ສັບ​ສາຍ​ດ່ວນ. ຄາດ​ວ່າ, ໃນ​ໄຕ​ມາດ​ທີ I/2016, 2 ຝ່າຍ​ຈະ​ ​ສຳ​ເລັດ​ບັນ​ດາລະ​ບຽບ​ການ ແລະ ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນ​ຍາ. ພາຍຫຼັງ​ເຊັນ​ສັນ​ຍາ​ແລ້ວ, 2 ຝ່າຍ​ຈະ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ການ​ນຳ​ໃຊ້​ໂທ​ລະ​ສັບ​ສາຍ​ດ່ວນນີ້​ຄື​ແນວ​ໃດ.”


ຂ່າວ/ບົດ​ອື່ນ