ຫວຽດນາມແລະໄທນັບມື້ນັບເພີ່ມທະວີການພົວພັນຮ່ວມມື

ຫວຽດນາມແລະໄທນັບມື້ນັບເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ ກະວີ ຈົງ​ກິດ​ຕະວອນນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງສັງກັດ​ສະ​ຖາ​ບັນ
​ຄົ້ນ​ຄ້ວາ​ຄວາມ​ສະຫງົບ ​ແລະ ສາກົນຂອງ​ ໄທ
(ພາບ:ອິນເຕີເນັດ)

(vovworld)- ວັນ​ທີ 13/7, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ໄທ​ ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ແລະ ກອງ​ປະຊຸມຄະນະ​ລັດຖະບານລວມ 2 ປະ​ເທດ​ຄັ້ງ​ທີ 3 ​ໃນ​ອາທິດ​ຈະ​ມາ​ເຖິງ, ທ່ານ ກະວີ ຈົງ​ກິດ​ຕະວອນ, ນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງ​ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄວາມ​ສະຫງົບ ​ແລະ ສາກົນຂອງ​ໄທ, ​ໄດ້​ມີ​ບົດ​ຂຽນ​ໃນ​ໜັງສືພິມ​ພາສາ​ອັງກິດ Nation. ທ່ານ ກະວີ ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ໄທ ​ແລະ ຄາດ​ວ່າການ​ພົວພັນ​ນີ້​ຈະ​ໄດ​້ຮັບ​ການ​ເພີ່ມ​ທະວີ​ຍິ່ງກ່ວາ​ອີກ. ຕາມ​ບົດ​ຂຽນ​ແລ້ວ, ​ໄທ ​ແລະ ຫວຽດນາມ ພວມ​ຍັບມໍ່​ເຂົ້າກັນ​ກ່ວາ ​ເພື່ອ​ເພີ່ມ​ທະວີ​ສ້າງ​ຕັ້ງ​ການ​ພົວພັນ ຮ່ວມ​ມື 2 ຝ່າຍກໍ​ຄື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂ​ອງ, ​ໃນ​ນັ້ນ​ມີ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຄື: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ແບ່ງປັນ​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ, ​ເຊື່ອມ​ຕໍ່ ​ແລະ ຮັບປະກັນ​ຄວາມ​ສະຫງົບ​. 2 ປະ​ເທດ​ຫວັງ​ວ່າ: ​ໃນ​ທ້າຍ​ປີ 2015, ຈະ​ເລີ່​ມ​ເປີດບັນດາ​ບໍລິການລົດ​ເມລະຫວ່າງ 2 ປະ​ເທດ​​ໂດຍ​ແລ່ນຜ່ານ ລາວ ​ແລະ ກຳປູ​ເຈຍ, ກໍ​ຄື​ສຳລັບ​ບໍລິການ​ຂົນສົ່ງ​ແຄມ​ທະ​ເລ​ລະຫວ່າງ 2 ປະ​ເທດ, ນັກຮຽນ​ຮູ້ ກະວີ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​​ໃຈ ​ແລະ ຕີ​ລາຄາ​ສູງ​ບົດ​ບາດ​ຂອງ​ໄທ, ດ້ວຍ​ຖານະ​ເປັນ​ປະ​ເທດປະສານ​ງານການ​ພົວພັນ​ອາ​ຊຽນ-ຈີນ ​ໃນ 3 ປີຜ່ານມາ. ​ໃນ​ຂະນະ​ນັ້ນ, ​ຍາ​ມ​ໃດໄທ ກໍ​ຢືນຢັນ​ວ່າ ​ໄທ​ຈະ​ບໍ່​ອະນຸຍາດ​ໃຫ້ບໍ່​ວ່າ​ກຸ່ມ​ໃດ ​ແລະ ສ່ວນ​ບຸກຄົນ​ໃດ​ນ​ຳ​ໃຊ້​ດິນ​ແດນ​ຂອງ​ໄທ ​ເພື່ອ​ກໍ​ຄວາມ​ເສຍ​ຫາຍ​ໃຫ້​ຫວຽດນາມ.


ຂ່າວ/ບົດ​ອື່ນ