ຫວຽດນາມແລະໄທວາງຄາດໝາຍເພີ່ມວົງເງິນການຄ້າຢ່າງແຮງ

ຫວຽດນາມແລະໄທວາງຄາດໝາຍເພີ່ມວົງເງິນການຄ້າຢ່າງແຮງ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ໄທ​ ຊັດ​ໄຊ ສາຣິກັນ​ຍະ
(ພາບ:baotintuc.vn)

(vovworld) - ກອງ​ປະຊຸມ​ສະໄໝ​ສາມັນຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ​ປະສົມການ​ຄ້າຫວຽດນາມ-​ໄທ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 22/7 ຢູ່​ນະຄອນຫຼວງ​ບັງ​ກອກ, ປະ​ເທດ​ໄທ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ໄທ, ນາຍພົນ​ ຊັດ​ໄຊ ສາຣິກັນ​ຍະ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່າ​ນລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ໄທ ຊັດ​ໄຊ ສາຣິກັນ​ຍະ, ​ໃຫ້​ຮູ້​ວ່າ: ​ໄທ ​ແລະ ຫວຽດນາມ ​​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄາດໝາຍນຳວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ປີ 2020 ​ບັນລຸ 20 ຕື້ USD, ​ເພີ່ມ​ຂຶ້ນຈາກລະດັບ 11,8 ຕື້ USD ຂອງ​ປີ 2014. ຕາມ​ທ່ານ ຊັດ​ໄຊ ສາຣິກັນ​ຍະ ແລ້ວ, ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ດັ່ງກ່າວ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕໍ່ແຜນການ​ດຳ​ເນີນ​ງານກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ໄລຍະ 2015-2020. 2 ຝ່າຍ​ກໍ​ເຕື້ອງ​ເຖິງ​ຄວາມ​ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ການເຊື່ອມ​ຕໍ່​ຄົມມະນາຄົມ, ທະນາຄານ, ຊັບ​ສິນ​ທາງ​ປັນຍາ, ພະລັງງານ ​ແລະ ​ແຮງ​ງານ.

          ທີ່​ກອງປະຊຸມ, ຜູ້ຕາງໜ້າ​ຫວຽດນາມ ​ແລະ ​ໄທ ກໍ​ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື: ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ​ເວທີ​ປາ​ໄສ​ຮ່ວມ​ມືດ້ານ​ເສດຖະກິດ ອາຊີ-​ປາຊີ​ຟິກ (APEC), ອົງການ​ການ​ຄ້າ​ໂລກ (WTO), ພິ​ເສດ​ໃນ​ສະພາບ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 2015.

ຂ່າວ/ບົດ​ອື່ນ